ທ່ານ Nguyen Tan Dung ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​Thuy Nguyen

ທ່ານ Nguyen Tan Dung ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​Thuy Nguyen - ảnh 1

ນາຍົກລັດຖະມົນຕີ Nguyen Tan Dung ຮັບ​ຟັງ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ

(ພາບ:baodientu.chinhphu..vn)

( vovworld ) –  ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມສະ​ໄໝ​ເທື່ອ​ທີ 3 ສະພາ​ແຫ່ງ​ຊາດ​ຫວຽດນາມ ຊຸດ​ທີ 13, ຕອນ​ເຊົ້າວັນ​ທີ 16/5, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ແລະ ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ນະຄອນ Hai Phong ​ໄດ້ ລົງພົບ​ປະ​ກັບຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​Thuy Nguyen. ນະ​ທີ່​ນີ້, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ໂດຍ​ກົງ, ​ເຮັດ​ໃຫ້​ຈະ​ແຈ້ງ​ບັນດາ​ຂໍ້​ຕິດ​ຂັດ, ຂໍ້​ສະ​ເໜີ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ທີ່​ກ່ຽວ​ຂ້ອງ​ເຖິງ​ສະພາບ​ຫຍູ້​ງຍາກ​ຂອງ​ວິ​ສາ​ຫະກິດ ​ໃນ​ສະພາບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັດ​ແໜ້ນ​ເງິນ​ຕາ ​ແລະ ການ​ລົງທຶນ, ທັດ​ສະ​ນະ​ສຸມ​​ໃສ່​ແກ້​ໄຂ​ບາງ​ບັນຫາ​ເຄັ່ງຮ້ອນ​ໃນ​ສັງຄົມ​ຄື: ອຸບັດ​ຕິ​ເຫດ​ທາງ​ຄົມມະນາຄົມ, ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ, ອາດ​ສະ​ຍາ​ກຳ… ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໃຫ້​ຮູ້​ວ່າ ລັດຖະບານ​ກໍ​ພວມ​ຄົ້ນຄ້ວາ​ບັນດາ​ນະ​ໂຍບາຍ​ລະອຽດ​ເພື່ອ​ສືບ​ຕໍ່​ໜູນ​ຊ່ວຍ​ຊາວ​ປະມົງ. ຕັ້ງໜ້າ​ດຳ​ເນີນ​ການ​ປັບປຸງ, ​ເພີ່ມ​ເຕີມ ​ແລະ ສ້າງ​ກົດໝາຍ​ທີ່​ດິນ​ໃຫ້​ສົບ​ບູນ​ແບບສອດຄ່ອງ​ກັບ​ສະພາບ​ຕົວ​ຈິງ, ​ໂດຍ​ສະ​ເພາະ​ແມ່ນ​ກຳນົດ​ຢ່າງ​ຈະ​ແຈ້ງ​ສິດ​ຂອງ​ລັດ ​ແລະ ສິດ​ຂອງ​ຜູ້ນຳ​ໃຊ້​ທີ່​ດິນ. ທ່ານນາ ຍົກລັດຖະມົນຕີ Nguyen Tan Dung ຕັກ​ເຕືອນ​ວ່າ ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ສິ່ງ​ສຳຄັນ​ແມ່ນ​ການວາງ​ແຜນ​ກຳນົດ ຕ້ອງຜູກ​ຮັດຈາກຂັ້ນ​ຕາ​ແສງ ​ເຖິງ​ຂັ້ນເມືອງ, ​ແຂວງ ​ແລະ ຄິດ​ໄລ່​ສ້າງ​ຄວາມດຸນ​ດຽງ​ແຫຼ່ງ​ເງິນ​ລົງທຶນ​ເທື່ອ​ລະ​ກ້າວ ​ເພື່ອ​ປະຕິບັດ​ບົນ​ພື້ນຖານ​ດັດສົມ​ບັນດາ​ຄາດໝາຍ​ໃຫ້​ເໝາະ​ສົມ. ນະຄອນ Hai Phong ​ເມື່ອເລືອກ​ເອົາ​ໂຄງການ​ທຳ​ອິດ ​ແມ່ນຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ສິ່ງ​ແວດ​ລ້ອມ ​ແລະ ຕ້ອງ​ມີ​ການ​ຕີ​ລາຄາ​ການ​ປະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ, ​ແລ້ວ​ຈຶ່ງ​ຜັນ​ຂະຫຍາຍ​ປະຕິບັດ​ໂຄງການ. ຕໍ່ໜ້າ​ຄຳ​ເຫັນ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງກ່ຽວ​ກັບ​ສະພາບ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ຊີ້​ແຈ້ງວ່າ: “ປະຈຸ​ບັນ, ບໍ່​ຄວນ​ເຮັດ​ໃຫ້​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ​ແລ້ວ​ຈຶ່ງ​ແກ້​ໄຂ, ຄື​ແນວ​ນັ້ນຈະ​ຕ້ອງ​ເສຍ​ເງິນ​ຫຼາຍ. ສະນັ້ນ, ນັບ​ແຕ່​ເລີ່​ມປະຕິບັດ​ວິວັດ​ທະນະນາການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ ຕ້ອງ​ຖື​ວຽກ​ງານ​ນີ້​ເປັນ​ສຳຄັນ. ຂ້າພະ​ເຈົ້າຮຽກຮ້ອງ​ໃຫ້​ອຳນາດ​ການ​ປົກຄອງ​ນະຄອນ Hai Phong ຂັ້ນຕ່າງໆ ຕ້ອງ​ຖື​ວຽກ​ງານ​ນີ້​ເປັນ​ສຳຄັນ​ພິ​ເສດ ​ໃນ​ວິວັດ​ການຫັນ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ, ​ໂດຍ​ສະ​ເພາະ​ແມ່ນ​ການ​ຄວບ​ຄຸມ​ບັນດາ​ປັດ​ໄຈ​ຄື: ນ້ຳ​ເສດເຫຼືອ, ຄວັນ, ຂີ້ຝຸ່ນ, ສຽງ​ລົບ​ກວນ ​ແລະ ກ່ອນຜັນ​ຂະຫຍາຍ​ປະຕິບັດໂຄງການ​ຕ້ອງ​ມີ​ການ​ຕີ​ລາຄາ​ການ​ກະທົບ​ຕໍ່​ສິ່ງ​ແວດ​ລ້ອມຢ່າງ​ເດັດຂາດ

ຂ່າວ/ບົດ​ອື່ນ