ທ່ານ Nguyen Tan Dung ໃຫ້ການຕ້ອນຮັບປະທານສະພາສູງ ສະຫະພັນລັດເຊຍ

ທ່ານ Nguyen Tan Dung ໃຫ້ການຕ້ອນຮັບປະທານສະພາສູງ ສະຫະພັນລັດເຊຍ - ảnh 1

ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung

(ພາບ: thutuong.chinhphu.vn)

(VOV)- ຕອນ​ບ່າຍວັນ​ທີ 14/11, ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​​ໄດ້ໃຫ້ການ​ຕ້ອນຮັບປະທານ​ສະພາ​ສູງ​ສະຫະພັນ​ລັດ​ເຊຍ, ທ່ານ​ນາງ Valentina Ivanovna Matvienko ຊື່​ງພວມ​ຢູ່​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຖື​ວ່າ: ການ​ຢ້ຽມຢາມ​ມີ​ຄວາມ​ໝາຍສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ການ​ພົວພັນຄູ່​ຮ່ວມ​ມື​ຍຸດ​ທະ​ສາດຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ ​ແລະ ສະຫະພັນ​ລັດ​ເຊຍ. ທ່ານ​ປາດ​ຖະໜາ​ວ່າ​ບັນດາ​ກະຊວງ, ຂະ​ແໜງ​ການ​ຂອງ​ສອງ​ປະ​ເທດ ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ຜັນ​ຂະຫຍາຍບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ຊື່​ງການ​ນຳ​ສອງ​ປະ​ເທດ​ໄດ້​ເຫັນ​ດີ​ເປັນ​ເອກະ​ພາບຢ່າງ​ມີ​ປະສິດທິ​ຜົນ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ວິທະຍາສາດ-​ເຕັກນິກ, ພະລັງງານ….ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ສະ​ເໜີ​​ໃຫ້​ສະຫະພັນ​ລັດ​ເຊຍ ສະໜອງ​ທຶນ​ສຶກສາ​ຕື່ມອີກໃຫ້​ແກ່​ນັກຮຽນ​ນັກ​ສຶກສາ​ຫວຽດນາມ ​ເພື່ອ​ໄປ​ລັດ​ເຊຍ ຄົ້ນຄ້ວາ ​ແລະ ຮ່ຳຮຽນ. ທ່ານ​ຢືນຢັນ​ວ່າ​ຫວຽດນາມ ຈະ​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ເພື່ອ​ພ້ອມ​ກັບ​ສະຫະພັນ​ລັດ​ເຊຍ ນຳ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ເຂົ້າສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ.

 

 

 

 

 

ຂ່າວ/ບົດ​ອື່ນ