ທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ Haiti ສຳເລັດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ

(VOVWORLD) - ຕອນຄໍ່າວັນທີ 20 ມິຖຸນາ, ທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ Haiti ເດີນທາງອອກຈາກ ຮ່າໂນ້ຍ, ຊຶ່ງໄດ້ສຳເລັດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ດ້ວຍໝາກຜົນອັນດີງາມ ຕາມຄຳເຊີນຂອງ ທ່ານ ນາງ ຫວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ. 
ທ່ານ Youri Latortue ປະທານສະພາສູງ ສາທາລະນະລັດ Haiti ສຳເລັດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ  - ảnh 1 ທ່ານປະທານສະພາສູງ Haiti ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ

ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາສູງ Haiti ໄດ້ເຈລະຈາກັບ ທ່ານ ນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ຫວຽດນາມ; ເຂົ້າຢ້ຽມຄຳນັບ ທ່ານເລຂາທິດານໃຫຍ່ ຫງວຽນຟູຈ້ອງ, ທ່ານປະທານປະເທດ ເຈີນດາຍກວາງ ຕາມພິທີທາງການທູດ; ພົບປະກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ; ເຂົ້າຮ່ວມກອງປະຊຸມຂອງສະພາແຫ່ງຊາດ ຫວຽດນາມ… ໃນບັນດາການພົບປະ, ສອງຝ່າຍເນັ້ນໜັກວ່າ, ນີ້ແມ່ນການເຄື່ອນໄຫວແລກປ່ຽນຄະນະຜູ້ແທນສອງຝ່າຍ ຄັ້ງທຳອິດລະຫວ່າງອົງການນິຕິບັນຍັດສອງປະເທດ, ຊຶ່ງເປັນບາດກ້າວລິເລີ່ມໃຫ້ການພົວພົນຮ່ວມມືມິດຕະພາບລະຫວ່າງສອງຝ່າຍ, ປະກອບສ່ວນຊຸກຍູ້ການພົວພັນມິດຕະພາບ, ການຮ່ວມມືລະຫວ່າງສອງປະເທດ ເວົ້າລວມ. ສອງຝ່າຍສືບຕໍ່ຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ຮ່ວມມືໃນທຸກເວທີປາໄສສາກົນ ແລະ ສະໜັບສະໜູນຊຶ່ງກັນ ແລະ ກັນຢູ່ບັນດາເວທີປາໄສຫຼາຍຝ່າຍທີ່ສອງປະເທດເປັນສະມາຊິກ. ສອງຝ່າຍເຕື້ອງເຖິງບັນດາບັນຫາສາກົນ ແລະ ພາກພື້ນຊຶ່ງພວມມີຄວາມສົນໃຈ, ໃນນັ້ນມີບັນຫາທະເລຕາເວັນອອກ. ສອງຝ່າຍເປັນເອກະພາບສ້າງຕັ້ງກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບສອງຝ່າຍໂດຍໄວ; ຊຸກຍູ້ການເຄື່ອນໄຫວແລກປ່ຽນຄະນະຜູ້ແທນອາວຸໂສ, ຄະນະກຳມະການ ແລະ ສະມາຊິກສະພາແຫ່ງຊາດ, ແລກປ່ຽນບົດຮຽນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ຊຶ່ງເປັນພື້ນຖານພັດທະນາການພົວພັນໃຫ້ເລິກເຊິ່ງກວ້າງຂວາງ, ແທດຈິງ ແລະ ມີປະສິດທິຜົນໃນຫຼາຍຂົງເຂດ; ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໃສສອງຝ່າຍຂອງສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ