ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ຕຳ​ໜິ​ຕິ​ຕຽນ ຄຳ​ສັ່ງ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ

(VOVWORLD) -ວັນທີ 15 ທັນວາ, ທ່ານ Adel Andul Mahdi ນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ ຂອງ ອີຣັກ ໄດ້ຕຳໜິຕິຕຽນ ເລື່ອງ ອາເມລິກາໄດ້ຈັດ ບາງສ່ວນບຸກຄົນທີ່ເປັນຊາວ ອີຣັກ ເຂົ້າໃນບັນຊີລາຍຊື່ລົງໂທດ ຂອງ ວໍຊິງຕັນ, ໂດຍບໍ່ຫົວຊາຕໍ່ບົດບາດຂອງ ເຂົາເຈົ້າ ໃນການຕໍ່ສູ້ຕ້ານກຸ່ມຫົວຮຸນແຮງ “ລັດອິດສະລາມ” (IS) ອ້າງຊື່ເອງ.

ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ອີ​ຣັກ ຕຳ​ໜິ​ຕິ​ຕຽນ ຄຳ​ສັ່ງ​ລົງ​ໂທດ​ຂອງ ອາ​ເມ​ລິ​ກາ - ảnh 1  ທ່ານ Adel Andul Mahdi ນາຍົກລັດຖະມົນຕີກຳອຳນາດຊົ່ວຄາວ ຂອງ ອີຣັກ

(ພາບ: AFP/TTXVN)

ອາທິດຜ່ານມາ, ອາເມລິກາ ໄດ້ຈັດວາງ ຄຳສັ່ງລົງໂທດສຳລັບ ຊາວ ອີຣັກ 3 ຄົນ, ໃນນັ້ນມີ ທ່ານ Qais Al Khazali, ຜູ້ນຳໜ້າອົງການ Asaib Ahl al-Haq, ແລະ ຜູ້ເປັນອ້າຍຂອງເພີ່ນ. ຖະແຫຼງການຂອງ ກະຊວງການເງິນ ອາເມລິກາກ່າວຫາ ບັນດາກຸ່ມເຄິ່ງການທະຫານ ໂດຍ 3 ຄົນດັ່ງກ່າວນຳໜ້າ ໄດ້ບຸກໂຈມຕີຜູ້ແຫ່ຂະບວນປະທ້ວງ ຢູ່ອີຣັກ. ນອກຈາກນັ້ນ, ຄຳສັ່ງລົງໂທດຍັງແນໃສ່ ນັກທຸລະກິດ ຊາວ ອີີຮັກ Khamis Al Khanjar ດ້ວຍຄຳກ່າວຫາ ສໍ້ລາດບັງຫຼວງ. ອາເມລິກາ ຈະອາຍັດຊັບສິນຂອງບັນດາຜູ້ຖືກລົງໂທດ, ກໍ່ຄືການສະກັດກັ້ນບັນດາບໍລິສັດອາເມລິກາ ທີ່ມີການເຄື່ອນໄຫວດຳເນີນທຸລະກິດກັບບັນດາສ່ວນບຸກຄົນດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ