(VOVWORLD) - ວັນທີ 12 ສິງຫາ, CT Group ໄດ້ລົງນາມໃນໃບສັ່ງຊື້ສິນຄ້າ UAV 5.000 ເຄື່ອງໃຫ້ແກ່ ສ.ເກົາຫຼີ ຢູ່ ເຊີອຸນ, ປະເທດ ສ.ເກົາຫຼີ
(ທີ່ການເຮັດວຽກ) |
ວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ມີການເຮັດວຽກກັບບັນດາກະຊວງ, ຂະແໜງການ, ອົງການທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າກຸ່ມບໍລິສັດ CT Group ກ່ຽວກັບການເຂົ້າຮ່ວມພັດທະນາບັນດາຜະລິດຕະພັນເຕັກໂນໂລຊີຍຸດທະສາດ ແລະ ຂໍ້ສະເໜີແນະຂອງກຸ່ມບໍລິສັດ ຈຳນວນໜຶ່ງ.
ເມື່ອລາຍງານຕໍ່ທ່ານນາຍົກລັດຖະມົນຕີ, ທ່ານ ເຈິ່ນກິມຈຸງ, ປະທານກຸ່ມບໍລິສັດ CT Group ໃຫ້ຮູ້ວ່າ, ກຸ່ມບໍລິສັດແມ່ນໜຶ່ງໃນບັນດາຫົວໜ່ວຍນຳໜ້າໃນຂົງເຂດເຮືອບິນບໍ່ມີຄົນຂັບ (UAV) ຢູ່ ຫວຽດນາມ. ພິເສດ, ວັນທີ 12 ສິງຫາ, CT Group ໄດ້ລົງນາມໃນໃບສັ່ງຊື້ສິນຄ້າ UAV 5.000 ເຄື່ອງໃຫ້ແກ່ ສ.ເກົາຫຼີ ຢູ່ ເຊີອຸນ, ປະເທດ ສ.ເກົາຫຼີ ພາຍໃຕ້ການເປັນສັກຂີພິຍານຂອງ ທ່ານ ໂຕເລິມ, ເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ແລະ ທ່ານ Kim Min Seok, ນາຍົກລັດຖະມົນຕີ ສ.ເກົາຫຼີ. ທາງກຸ່ມບໍລິສັດໃຫ້ຄຳໝັ້ນສັນຍາຢ່າງແຮງ ກ່ຽວກັບຂອບຂະໜາດໃຫຍ່ໃນການຄົ້ນຄວ້າ, ພັດທະນາ, ການໝູນໃຊ້ບັນດາເຕັກໂນໂລຊີຍຸດທະສາດ, ຄື: UAV, ອຸດສາຫະກຳເຄິ່ງຊັກນຳໄຟຟ້າ, ການຫັນປະເທດຊາດເປັນດີຈີຕອນຮອບດ້ານ… ໂດຍສະແດງຄວາມຊົມເຊີຍຄວາມເປັນເຈົ້າການ, ໂຄງການລົງທຶນ, ພັດທະນາຂອງ CT Group, ທ່ານນາຍົກລັດຖະມົນຕີສະເໜີໃຫ້ CT Group ນຳໜ້າໃນການປະຕິບັດບັນດາມະຕິຂອງກົມການເມືອງ, ປະຕິບັດການປະຕິວັດອຸດສາຫະກຳຄັ້ງທີ 4 ດ້ວຍຈິດໃຈ “ເວົ້າແລ້ວຕ້ອງເຮັດ, ໄດ້ໃຫ້ຄຳໝັ້ນສັນຍາແລ້ວແມ່ນປະຕິບັດ, ໄດ້ເຮັດ, ໄດ້ປະຕິບັດແມ່ນຕ້ອງມີຜະລິດຕະພັນ, ມີໝາກຜົນລະອຽດ, ຄາດຄະເນໄດ້”.