ທ່ານ ສາດ​ສະ​ດາ​ຈ​ານ Carl Thayer ຢັ້ງ​ຢືນ​ວ່າ ການ​ດຳ​ເນີນ​ປ່ຽນ​ແປງ​ໃໝ່ ແມ່ນ ນະ​ໂຍ​ບາຍ​ອັນ​ຍິ່ງ​ໃຫຍ່​ ແລະ ມີ​ຄວາມ​ໝາຍ​ຂອງ ພັກ​ກອມ​ມູນິດ ຫວຽດ​ນາມ

(VOVWORLD) - ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີ ແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 – 3 ກຸມພາ 2020), ນັກຂ່າວ ສຳນັກຂ່າວສານ ຫວຽດນາມປະຈຳ ຢູ່ Sydney ໄດ້ມີການສຳພາດທ່ານ ສາດສະດາຈານ Carl Thayer ຂອງ ມະຫາວິທະຍາໄລ New South Wales (ອົດສະຕາລີ) ກ່ຽວກັບບົດບາດຂອງ ພັກກອມມູນິດ ຫວຽດນາມ ໃນ ໄລຍະ 90 ປີ ທີ່ຜ່ານມາ ກໍ່ຄື ບັນດາບັນຫາທີ່ໄດ້ຮັບຄວາມສົນໃຈເປັນຢ່າງຍິ່ງຂອງ ພັກໃນໄລຍະຈະມາເຖິງ.

ທ່ານ ສາດ​ສະ​ດາ​ຈ​ານ Carl Thayer ຢັ້ງ​ຢືນ​ວ່າ ການ​ດຳ​ເນີນ​ປ່ຽນ​ແປງ​ໃໝ່ ແມ່ນ ນະ​ໂຍ​ບາຍ​ອັນ​ຍິ່ງ​ໃຫຍ່​ ແລະ ມີ​ຄວາມ​ໝາຍ​ຂອງ ພັກ​ກອມ​ມູນິດ ຫວຽດ​ນາມ - ảnh 1ທ່ານ ສາດສະດາຈານ Carl Thayer ຂອງ ມະຫາວິທະຍາໄລ New South Wales (ອົດສະຕາລີ)

(ພາບ:  TTXVN)

ທ່ານ ສາດສະດາຈານ Carl Thayer ຖືວ່າ ພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນບົດບາດ ນຳພາຜ່ານບັນດາເຫດການໃຫຍ່ໃນກິດຈະການປົດປ່ອຍປະເທດຊາດ ໃຫ້ຫຼຸດພົ້ນອອກຈາກແອກປົກຄອງຂອງ ຕ່າງດ້າວ ແລະ ສ້າງຕັ້ງ ປະເທດ ຫວຽດນາມໃຫ້ມີເອກະພາບ ແລະ ເອກະລາດ.

        ກ່ຽວກັບບັນດານະໂຍບາຍທີ່ມີຄວາມໝາຍສຳຄັນທີ່ສຸດສຳລັບການພັດທະນາເສດຖະກິດ - ສັງຄົມ ແລະ ການພົວພັນສາກົນ ຂອງ ຫວຽດນາມ ໃນຊຸມປີຜ່ານມາ, ທ່ານ ສາດສະດາຈານ Carl Thayer ໄດ້ເນັ້ນໜັກເຖິງ ນະໂຍບາຍໃຫຍ່ທີ່ມີຄວາມໝາຍຈົນມາຮອດປັດຈຸບັນແມ່ນ ເລື່ອງ ພັກກອມມູນິດ ຫວຽດນາມ ໄດ້ ນຳພາດຳເນີນກິດຈະການປ່ຽນແປງໃໝ່ ໃນທ້າຍປີ 1986. ຫວຽດນາມ ໄດ້ຢຸດຕິການຫັນເປັນແຜນການລວມສູນ ແລະ ເລີ່ມຕົ້ນພັດທະນາການຜະລິດເອກະຊົນ, ຕົ້ນຕໍແມ່ນອີງໃສ່ບັນດາຄອບຄົວ. ນະໂຍບາຍນີ້ ໄດ້ນຳມາໃຫ້ການເພີ່ມຂຶ້ນຢ່າງຈະແຈ້ງ ກ່ຽວກັບສະມັດຕະພາບ ໃນການຜະລິດ ເຂົ້າ ແລະ ສ້າງເງື່ອນໄຂໃຫ້ແກ່ການແຜ່ຂະຫຍາຍ ຂອງຂະແໜງອຸດສາຫະກຳ ເບົາ.

        ຕາມ ທ່ານ ສາດສະດາຈານ Carl Thayer ແລ້ວ, ບັນດາການນຳ ຫວຽດນາມ ຈະເອົາໃຈໃສ່ເປັນພິເສດເຖິງການກະກຽມໃຫ້ແກ່ກອງປະຊຸມໃຫຍ່ທົ່ວປະເທດຄັ້ງທີ XIII ຂອງ ພັກ ໃນຕົ້ນປີ 2021 ເພື່ອຮັບປະກັນ ການມອບໂອນດ້ານການເມືອງ ໃຫ້ມີຄວາມສະດວກ ກໍ່ຄືຄວາມເຫັນດີເຫັນພ້ອມກ່ຽວກັບບັນດານະໂຍບາຍເສດຖະກິດ - ສັງຄົມອັນຍິ່ງໃຫຍ່ພາຍໃນ 5 ປີຈະມາເຖິງ ແລະ ຍາວໄກກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ