ທ່ານ ຫງວຽນ​ຊວນ​ຟຸກ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຣູ​ມາ​ນີ ແລະ ສ.ເຊັກ​ໂກ ຢ່າງ​ຈົບ​ງາມ

(VOVWORLD) - ຕອນທ່ຽງວັນທີ 18 ເມສາ, ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາເຖິງຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມ ຣູມານີ ໃນລະຫວ່າງວັນທີ 14 -16 ເມສາ ແລະ ສ.ເຊັກໂກ ໃນລະຫວ່າງວັນທີ 16-18 ເມສາ ຢ່າງເປັນທາງການ.
ທ່ານ ຫງວຽນ​ຊວນ​ຟຸກ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຣູ​ມາ​ນີ ແລະ ສ.ເຊັກ​ໂກ ຢ່າງ​ຈົບ​ງາມ - ảnh 1ທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີ ຫວຽດນາມ ແລະພັນລະຍາຢູ່ສະໜາມບິນສາກົນ  Vaclav Havel, Praha (ພາບ: TTXVN)

ຜົນສຳເລັດທີ່ສຳຄັນໃນການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຢ່າງເປັນທາງການຂອງທ່ານ ຫງວຽນຊວນຟຸກ ນາຍົກລັດຖະມົນຕີຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ບໍ່ພຽງແຕ່ປະກອບສ່ວນເຂົ້າໃນການປັບປຸງ, ຮັດແໜ້ນການພົວພັນມິດຕະພາບທີ່ເປັນມູນເຊື້ອອັນດີງາມລະຫວ່າງ ຫວຽດນາມ ກັບບັນດາປະເທດເພື່ອນມິດຢູ່ເອີລົບຕາເວັນອອກ; ຊຸກຍູ້ຢ່າງຮອບດ້ານບັນດາການພົວພັນ ເທົ່ານັ້ນ ຫາກຍັງໄດ້ຮັບການສະໜັບສະໜູນຢ່າງແຮງຈາກ ຣູມານີ ແລະ ສ.ເຊັກໂກ ໃນການຊຸກຍູ້ການລົງນາມ, ໃຫ້ສັດຕະຍາບັນ ສັນຍາ EVFTA  ແລະ EVIPA ເພື່ອແນໃສ່ເປີດໂອກາດໃໝ່  ໃຫ້ແກ່ການຮ່ວມມື ລະຫວ່າງ ຫວຽດນາມ ກັບ EU ເວົ້າລວມ ແລະ ກັບ ຣູມານີ ແລະ ສ.ເຊັກໂກ ເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ