ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບເອກອັກຄະລັດຖະທູດກາຊັກສະຖານ

ທ່ານ ຫງວຽນທ້ຽນເຍີນ ຕ້ອນຮັບເອກອັກຄະລັດຖະທູດກາຊັກສະຖານ - ảnh 1
(ທ່ານ​ ຫງວຽນ​ທ້ຽນ​ເຍີນ ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທ​ູດ​ກ​າ​ຊັກ​ສະ​ຖານ)

(vovworld) - ​ວັນ​ທີ 28/10, ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັ​ກ​ຄະ​ລັດ​ຖະ​ທູດ ກາ​ຊັກ​ສະ​ຖານ ປະ​ຈຳ​ຫວຽດ​ນາມ Baketzhan Zhumakhnove ເຂົ້າ​ຢ້ຽມ​ຂ່ຳ​ນັບ ແລະ ຢ້ຽມ​ຢ​າມ​ຄະ​ນະ​ກຳ​ມະ​ການ​ສ​ູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາ​ມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ຢື​ນ​ຢັນ​ວ່າ, ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງຫວຽດ​ນາມ ແລະ ກາ​ຊັກ​ສະ​ຖານ ຈະ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບ​ປຸງ. ທ່ານ​ສະ​ແດງ​ຄວາມຂອບ​ໃຈ​ກາ​ຊັກ​ສະ​ຖານ ໄດ້​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ເຂົ້າ​ຮ່ວ​ມ​​ສະ​ຫະ​ພັນເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ, ທ່ານ ຫງວຽນ​ທ້ຽນ​ເຍີນ ຢືນ​ຢັນ​ວ່າ, ເດືອນ 10/2016, ສັນ​ຍາ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ​ຫວຽດ​ນາມ ແລະ ສະ​ຫະ​ພັນ​ເສດ​ຖະ​ກິດ​ອາ​ຊີ - ເອີ​ລົບ ເລີ່ມ​ມີ​ຜົນ​ສັກ​ສິດ ຈ​ະ​ເປີດ​ກາ​ລະ​ໂອ​ກາດ​ຫຼາຍ​ຢ່າງ​ໃຫ້​ແກ່​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ​ລະ​ຫວ່າງ 2 ປະ​ເທດ. ທ່ານ ຫງວຽນ​ທ້ຽນ​ເຍ​ີ​ນ ປາດ​ຖະ​ໜາ​ວ່າ, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດກາ​ຊັກ​ສະ​ຖານ ດ້ວຍ​ບົດ​ບາດ​ຂອງ​ຕົນ​ຈະ​ປະ​ກອບ​ສ່ວນ​ຊ່ວຍ​ໃຫ້ 2 ປະ​ເທດ​ຂຸດ​ຄົ້ນ​ບັນ​ດາ​ກາ​ລະ​ໂອ​ກາດຂອງ​ສັນ​ຍາ​ດັ່ງ​ກ່າວ. ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ແດງ​ຄວາມ​ປາດ​ຖະ​ໜາ​ວ່າ, ເມື່ອ 2 ປະ​ເທດ​ສະ​ເຫຼີມ​ສະ​ຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໃນ​ປີ 2017, ເລື່ອງ​ເຊື່ອມ​ຕໍ່​ເສັ້ນ​ທາງ​ລົດ​ໄຟ​ຈາກ​ຫວຽດ​ນາມ ໄປ​ຍັງ ກາ​ຊັກ​ສະ​ຖານ ຈະ​ແມ່ນ​ເຫດ​ການ​ສຳ​ຄັນ, ສ້າງ​ເປັນ​ເສັ້ນ​ທາງ​ຍຸດ​ທະ​ສາດ​ໃຫ້​ສິນ​ຄ້າ​ຫວຽດ​ນາມ ໄປ​​ຍັງເອີ​ລົບ ຜ່ານ​ກາ​ຊັກ​ສະ​ຖານ, ຜ່ານນັ້ນ​ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ ນັບ​ມື້​ນັບ​ຂະ​ຫຍັນ​ຂັນ​ເຄື່ອນ ແລະ ມີ​ປະ​ສິດ​ທິ​ຜົນ.

ຂ່າວ/ບົດ​ອື່ນ