ທ່ານ ຫງວຽນ​ວັນ​ບິ່ງ ຫົ​ວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ແອັດ​ສະປາຍ

(VOVWORLD) -ໃນລະຫວ່າງວັນທີ 23 ແລະ 24 ກັນຍາ, ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມ ໂດຍທ່ານ ຫງວຽນວັນບິ່ງ ຫົວໜ້າຄະນະເສດຖະກິດ ສູນກາງພັກກອມມູນິດ ຫວຽດນາມ ນຳໜ້າໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກ ແອັດສປາຍ.
ທ່ານ ຫງວຽນ​ວັນ​ບິ່ງ ຫົ​ວ​ໜ້າ​ຄະ​ນະ​ເສດ​ຖະ​ກິດ​ສູນ​ການ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່​ລາ​ຊະ​ອາ​ນາ​ຈັກ ແອັດ​ສະປາຍ - ảnh 1ຄະນະຜູ້ແທນຂັ້ນສູງພັກກອມມູນິດຫວຽດນາມເຮັດວຽກຢູ່  ສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງ ແອັດສະປາຍ (ພາບ: TTXVN )

ທີ່ການເຮັດວຽກ ກັບຜູ້ຕາງໜ້າການນຳລັດຖະບານ ແອັດສະປາຍ, ທ່ານ ຫງວຽນວັນບິ່ງ ໄດ້ຂອບໃຈແອັດສະປາຍທີ່ໄດ້ສະໜັບສະໜູນການລົງນາມໃນບັນດາສັນຍາການຄ້າເສລີ ແລະ ອາລັກຂາການລົງທຶນລະຫວ່າງ ຫວຽດນາມ ແລະ EU (EVFTA, IPA), ສະເໜີໃຫ້ລັດຖະບານ ແລະ ສະພາແຫ່ງຊາດແອັດສະປາຍສືບຕໍ່ສະໜັບສະໜູນເລື່ອງໃຫ້ສັດຕະຍາບັນສົນທິສັນຍາສອງສະບັບດັ່ງກ່າວນີ້ຢູ່ລັດຖະສະພາເອີລົບ.

ທີ່ການແລກປ່ຽນກັບສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງ ແອັດສະປາຍ, ສອງຝ່າຍໄດ້ແລກປ່ຽນກ່ຽວກັບສະພາບການເສດຖະກິດ, ການເມືອງແອັດສະປາຍ ແລະ EU ຢ່າງເລິກເຊິ່ງ, ກໍ່ຄືບາງບັນຫາໃຫຍ່ຂອງພາກພື້ນ ແລະ ສາກົນ. ທ່ານ ຫງວຽນວັນບິ່ງ ກໍ່ແຈ້ງໃຫ້ຝ່າຍ ແອັດສະປາຍ ຮັບຊາບກ່ຽວກັບບັນດາການກະທຳລະເມີດສິດທີ່ຖືກຕ້ອງຕາມກົດໝາຍ ແລະ ຊອບທຳ ໃນເຂດໄຫຼ່ທະວີບ ແລະ ເຂດເສດຖະກິດພິເສດຂອງ ຫວຽດນາມຢູ່ທະເລຕາເວັນອອກ, ພ້ອມທັງສະເໜີໃຫ້ ແອັດສະປາຍ ສະໜັບສະໜູນ ຫຼັກໝັ້ນຂອງ ຫວຽດນາມໃນບັນຫານີ້. ສ່ວນທ່ານ Charles Powell ຜູ້ອຳນວຍການສະຖາບັນຄົ້ນຄ້ວາພະບໍລົມວົງສານຸວົງໄດ້ແບ່ງປັນບັນດາຄວາມຫຍຸ້ງຍາກຂອງ ຫວຽດນາມໃນການແກ້ໄຂບັນດາບັນຫາທີ່ສັບສົນຢູ່ທະເລຕາເວັນອອກ, ພ້ອມທັງຢັ້ງຢືນຫຼັກໝັ້ນຂອງ ແອັດສະປາຍແມ່ນ ສະໜັບສະໜູນ ການນຳໃຊ້ກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ1982, ເພື່ອແກ້ໄຂບັນດາການຂັດແຍ່ງທາງດ້ານເຂດນ້ຳແດນດິນ.

ໃນການພົບປະກັບທ່ານ Enrique Santigo Romero ເລຂາທິການໃຫຍ່ພັກກອມມູນິດ ແອັດສະປາຍ ແລະ ຜູ້ຕາງໜ້າການນຳສຳພັນທະມິດຝ່າຍຊ້າຍເອກະພາບ (IU), ທ່ານ ຫງວຽນວັນບິ່ງ ໄດ້ສະແດງຄວາມປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນກັບພັກກອມມູນິດ ແອັດສະປາຍ ແລະ IU

ຕອບກັບ

ຂ່າວ/ບົດ​ອື່ນ