ທ່ານ ຮວີ່ນງອກເຊີນ ຕ້ອນຮັບຫົວໜ້າ ກິຕິມະສັກສະຖານ ກົງສູນໃຫຍ່ປະຈຳ ບູຊານ, ສເກົາຫຼີ

ທ່ານ ຮວີ່ນງອກເຊີນ ຕ້ອນຮັບຫົວໜ້າ ກິຕິມະສັກສະຖານ ກົງສູນໃຫຍ່ປະຈຳ ບູຊານ, ສເກົາຫຼີ - ảnh 1
ທ່ານຮອງປະທານ​ສະພາ​ແຫ່ງ​ຊາດ ຮວີ່ນງອກ​ເຊີນ
ຕ້ອນຮັບ​ຫົວໜ້າ​ກິ​ຕິ​ມະ​ສັກ​ສະຖານກົງສູນ​ໃຫຍ່​ປະຈຳ ບູຊາ​ນ, ສ​ເກົາຫຼີ Park Soo Kwan
(ພາບ: daibieunhandan.vn)

(vovworld) - ວັນ​ທີ 26/2, ຢູ່​ສຳນັກງານ​ສະພາ​ແຫ່ງ​ຊາດ​ຫວຽດນາມ, ​ໃນ​ການ​ ຕ້ອນຮັບ​ຫົວໜ້າ​ກິ​ຕິ​ມະ​ສັກ​ສະຖານກົງສູນ​ໃຫຍ່​ປະຈຳ ບູຊາ​ນ, ສ​ເກົາຫຼີ Park Soo Kwan, ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ, ທ່ານຮອງປະທານ​ສະພາ​ແຫ່ງ​ຊາດ ຮວີ່ນງອກ​ເຊີນ ​ໄດ້​ຕີ​ລາຄາ​ສູງ​ນຳ້​ໃຈ​ອັນ​ດີງາມ ​ແລະ ການ​ໜູນ​ຊ່ວຍ​ຢ່າງ​ແທດ​ຈິງ​ຂອງ​ທ່ານ Park Soo Kwan ​ໃນ​ການ​ເຄື່ອນ​ໄຫວ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ​ຫວຽດນາມ - ສ​ເກົາຫຼີ. ທ່ານ​ຮອງ​ປະທານ​ຫວັງ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ Park Soo Kwan ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເພື່ອນ​ຜູ້​ສະໜິດສະໜົມ​ຂອງ​ຫວຽດນາມ  ​ແລະ ​ແມ່ນ​ຂົວ​ຕໍ່​ທີ່​ສຳຄັນ​ໃນ​ການ​ຊຸກຍູ້​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື ຫວຽດນາມ - ສ ​ເກົາຫຼີ, ສົມທົບ​ກັບ​ສະຖານທູດ​ຫວຽດນາມ​ປະຈຳ ສ​ເກົາຫຼີ ຢ່າງ​ແໜ້ນ​ແຟ້ນ ​ໃນ​ການ​ເຄື່ອນ​ໄຫວ​ຊ່ວຍ​ເຫຼືອ ​ແລະ ຮັກສາ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ຫວຽດນາມ​ ຢູ່ ສ​ເກົາຫຼີ. ສ່ວນ​ທ່ານ Park Soo Kwan ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ ຫວຽດນາມ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ວິ​ສາ​ຫະກິດ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ວິ​ສາ​ຫະກິດ ສ​ເກົາຫຼີ ລົງທຶນ​ເຂົ້າ​ຫວຽດນາມ.

 

 

ຂ່າວ/ບົດ​ອື່ນ