ທ່ານ ເລຮົ່ງແອງ ຕ້ອນຮັບ ບັນດາພະນັກງານ ການນຳຂັ້ນສູງພັກ, ລັດ ລາວ

ທ່ານ ເລຮົ່ງແອງ ຕ້ອນຮັບ ບັນດາພະນັກງານ ການນຳຂັ້ນສູງພັກ, ລັດ ລາວ - ảnh 1
( ພາບ : http://tapchicongsan.org.vn)
ຕອນ​ບ່າຍ​ວັນ​ທີ 10 ທັນວາ, ຢູ່​ທີ່​ການ​ຕ້ອນຮັບ​ທ່ານ ບຸ​ທອງ ຈິດ​ມະນີ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ກຳການ​ກວດກາ​ສູນ​ກາງ​ພັກ​ ປຊຊ ປະຕິວັດ​ລາວ​ ແລະ ບັນດາ​ພະນັກງານການ​ນຳຂັ້ນ​ສູງພັກ ​ແລະ ລັດ ລາວ ​ເນື່ອງ​ໃນ​ໂອກາດ​ມາ​ຮັບ​ໄປ​ຢັ້ງຢືນ​ປະລິຍາ​ເອກ​ຢູ່ ຫວຽດນາມ, ທ່ານ ​ເລ​ຮົ່ງ​ແອ​ງ, ກຳມະການ​ກົມ​ການ​ເມືອງ, ຜູ້​ປະຈຳການ​ຄະນະ​ເລຂາ ​ໄດ້ອວຍ​ພອນ​ທ່ານ ບຸ​ທອງ ຈິດ​ມະນີ ​ພ້ອມກັບບັນດາ​ພະນັກງານການ​ນຳຂັ້ນ​ສູງພັກ ​ແລະ ລັດ ລາວ  ​ໄດ​້ ປ້ອງ​ກັນສຳ​ເລັດ​ບົດວິທະຍາ​ນິພົນປະລິຍາ​ເອກ, ຕີ​ລາຄາ​ສູງ​ການ​ຮ່ວມ​ມື​ລະຫວ່າງ​ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງແຫ່ງ​ຊາດ ​ໂຮ່ຈິ​ມິນ ຫວຽ​ດນາມ ກັບ ສະ​ຖາ​ບັນ​ການ​ເມືອງ - ການ​ປົກຄອງ​ແຫ່ງ​ຊາດ ລາວ ​ໃນ​ໄລຍະ​ທີ​ຜ່ານ​ມາ ​ແລະ ປາດ​ຖະໜາ​ວ່າ 2 ສະ​ຖາ​ບັນຈະ​ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ, ​ແລ​ກປ່ຽນ​ບົດຮຽນ ​ແລະ ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ໃນ​ການ​ຄົ້ນຄວ້າ, ສຶກສາບຳລຸງ​ສ້າງພັດທະນາ​ແຫຼ່ງຊັບພະຍາກອນ​ມະນຸດ, ​ໂດຍ​ສະ​ເພາະ​ແມ່ນ​ແຫຼ່ງຊັບພະຍາກອນ​ມະນຸດ​ທີ່ມີ​ຄຸນະພາບ​ສູງ​ເພື່ອ​ຕອບ​ສະໜອງ​ພາລະກິດ​ຫັນ ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໃໝ​ຢູ່​ແຕ່​ລະ​ປະ​ເທດ .
ຂ່າວ/ບົດ​ອື່ນ