ທ່ານAntonioGuterresສືບຕໍ່ນຳໜ້າໃນການປ່ອນບັດຄັ້ງທີ4

ທ່ານAntonioGuterresສືບຕໍ່ນຳໜ້າໃນການປ່ອນບັດຄັ້ງທີ4 - ảnh 1
ທ່ານ Antonio Guterres (ພາບ: THX/TTXVN)

(vovworld) - ​ ວັນ​ທີ 09/09, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ປ່ອນ​ບັດ​ລັບຄັ້ງ​ທີ 4 ​ເພື່ອ​ລົງ​ຄະ​ແນນ​ສຽງ​ໄວ້​ວາງ​ໃຈ​ສຳລັບຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນ​ເລຂາທິການ​ໃຫຍ່ ສະຫະ​ປະຊາ​ຊາດ ອາຍຸ​ການ​ຕໍ່​ໄປ 10 ຄົນ. ທ່ານ​ນາຍົກລັດຖະມົນຕີ ປອກຕູຍ​ການ Antonio Guterres ສືບ​ຕໍ່ນຳ​ໜ້າ ດ້ວຍ 12 ບັດ​ສະໜັບສະໜູນ, 2 ບັດ​ບໍ່​ສະໜັບສະໜູນ ​ແລະ ບັດ​ຂາວ​ ໜຶ່ງບັດ. ທ່ານ Antonio Guterres ຂຶ້ນ​ກັບ​ພັກ​ສັງຄົມ​ຊາຍກາງ ດຳລົງຕຳ​ແໜ່​ງ​ເປັນ​ນາຍົກລັດຖະມົນຕີ ປອດ​ຕູຍ​ການ ນັບ​ແຕ່​ປີ 1995 ມາ​ຮອດ​ປີ 2002 ​ແລະ ຮັບ​ດຳລົງ​ຕຳ​ແໜ່​ງ ເປັນ​ນຳ​ຫລວງ​ໃຫຍ່​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ຊາວ​ລີ້​ໄພ​​ເຖິງຮອດ​ທ້າຍ​ປີ 2015. ຈັດ​ອັນ​ດັບ​ທີ 2 ​ແມ່ນ​ທ່ານ Miroslav Lajcak ລັດຖະມົນຕີ​ການ​ຕ່າງປະ​ເທດ ສະ​ໂລ​ວາ​ເກ​ຍ ​ແລະ ທີ່ 3 ​ແມ່ນ​ທ່ານ Vuk Jeremic ອະດີດ​ລັດຖະມົນຕີ​ການ​ຕ່າງປະ​ເທດ Serbia.


ຂ່າວ/ບົດ​ອື່ນ