ທ່ານD.TrumpປະກາດອາເມລິກາຈະຖອນອອກຈາກTPPໃນວັນເຮັດວຽກທຳອິດ

ທ່ານD.TrumpປະກາດອາເມລິກາຈະຖອນອອກຈາກTPPໃນວັນເຮັດວຽກທຳອິດ - ảnh 1
ທ່ານ Donald Trump ປະທານາທິບໍດີ​
ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ
(ພາບ: Reuters)

(vovworld) - ວັນ​ທີ 21/11, ທ່ານ Donald Trump ປະທານາທິບໍດີ​ຜູ້​ຊະນະ​ໃນ​ການ​ເລືອກ​ຕັ້ງ ອາ​ເມ​ລິ​ກາ ປະກາດ​ເທບ​ວີ​ດີ​ໂອຕອນ​ໜຶ່ງ​ທີ່​ບັນທຶກກ່ຽວ​ກັບ​ບັນດາ​ວຽກ​ງານ ​ເຊິ່ງທ່ານ​ຈະ​ປະຕິບັດ​ໃນ​ວັນ​ເຮັດ​ວຽກ​ທຳ​ອິດ​ຢູ່​ທຳນຽບຂາວ, ​ໃນ​ນັ້ນ ທ່ານ Trump ຈະ​ປະກາດ​ໃຊ້ລັດຖະດຳ​ລັດອຳນາດ​ບໍລິຫານ​ກ່ຽວ​ກັບ​ເລື່ອງ ອາ​ເມ​ລິ​ກາ ຖອນ​ອອກຈາກ​ສັນຍາ​ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP). ​ໃນ​ເທບ​ວີ​ດີ​ໂອຕອບດັ່ງກ່າວ, ທ່ານ Trump ກໍ່​ໃຫ້​ຮູ້​ວ່າ ຈະ​ສະ​ເໜີຫລຸດ​ຜ່ອນ​ບັນດາ​ຂໍ້​ກຳນົດ​ຂອງ​ລັດຖະບານລົງ, ຊີ້ນ​ຳກະຊວງ​ແຮງ​ງານ​ສືບສວນ​ບັນດາ​ກໍລະນີສວຍ​ໃຊ້​ໂຄງການ​ວິຊາ, ພ້ອມ​ທັງ ຍົກ​ເລີກ​​ຂໍ​້ຈຳກັດ​ຈຳນວນ​ໜຶ່ງສຳລັບ​ການ​ຜະລິດ​ພະລັງງານ, ​ໃນ​ນັ້ນ ມີ​ການ​ຜະລິດຫີນ​ນ້ຳມັນ, ອາຍ​ແກັສ ​ແລະ ຖ່ານ​ຫີນ. ​ໃນບັ້ນຂົນຂວາຍ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ຕົນ ທ່ານ Trump ​ໄດ້​ເອີ້ນ TPP ​ແມ່ນ “ຂໍ້ຕົກ​ລົງບໍ່​ມີ​ຜົນ​ປະ​ໂຫຍ​ດ” ຈະ“ບັງ​ຄັບ” ປະ​ເທດ ອາ​ເມ​ລິ​ກາ ດ້ວຍ​ການ​ນຳ​​ເອົາວຽກ​ເຮັດ​ງານ​ທຳ​ຂອງ​ຊາວ ອາ​ເມ​ລິ​ກາ ​ໄປ​ຍັງ​ບັນດາ​ປະ​ເທດ​ມີ​ຄ່າ​ແຮງ​ງານ​ຖື​ກກ່ວາ.

 

ຂ່າວ/ບົດ​ອື່ນ