ທ່ານMogensLykketoftໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ຊຸດທີ70

ທ່ານMogensLykketoftໄດ້ຮັບເລືອກຕັ້ງເປັນປະທານສະມັດຊາໃຫຍ່ຊຸດທີ70 - ảnh 1
ທ່ານ Mogens Lykketoft
(ພາບ: dr.dk)

(vovworld) – ວັນ​ທີ 15/6, ໃນ​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ​ຢູ່​ນະ​ຄອນ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 69 ໄດ້​ເລືອກ​ຕັ້ງ​ທ່ານ Mogens Lykketoft, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແດນ​ມາດ ເປັນ​ປະ​ທານ​ສະ​ມ​ັ​ດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70. ທ່ານ Mogens Lykketoft ໄດ້​ຮັບ​ການ​ບົ່ງ​ຕົວ​ຈາກ​ກຸ່ມ​ບັນ​ດາ​ປະ​ເທດ​ພາກ​ພື້ນ ເອ​ີລົບ ຕາ​ເວັນ​ຕົກ ແລະ ຫຼາຍ​ປະ​ເທດ​ເຊິ່ງ​ເປັນ​ສະ​ມາ​ຊິກ​ຂອງ ສ​ປ​ຊ. ກ່າວ​ຄຳ​ເຫັນ​ພາຍຫຼັງ​ໄດ້​ຮັບ​ການ​ເລືອກ​ຕັ້ງ, ທ່ານ Mogens Lykketoft ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ, ສູ້​ຊົນ​ເພື່ອ​ຄວາມ​ສະ​ເໝີ​ພາບ​ລະ​ຫວ່າງ​ປະ​ເທດ​ຕ່າງໆ ແລະ ພັດ​ທະ​ນາ​ໝັ້ນ​ຄົງ​ໃນ​ໂລກ. ຕາມ​ທ່ານ​ແລ້ວ, ໜ້າ​ທີ່​ຈຸດ​ສຸມ​ໃນ​ປະ​ຈຸ​ບັນ​ຂອງ​ປະ​ຊາ​ຄົມ​ສາ​ກົນ​ແມ່ນ​ປັ​ບ​ປຸງ​ສັນ​ຕິ​ພາບ, ສະ​ກັດ​ກັ້​ນ​ສົງ​ຄາມ, ຊຸກຍ​ູ້​ການ​ພັດ​ທະ​ນາ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ​່າ​ນ​ຮຽກ​ຮ້ອງ​ບັນ​ດາ​ປະ​ເທດ​ພ້ອມ​ກັນ​ຮ່ວມ​ມື​ສູ້​ຊົນ​ເພື່ອບັນ​ດາ​ຄຸນ​ຄ່າ​ສູງສົ່ງ​ຂອງ​ມວນມະ​ນຸດ, ​ກໍ່ສ້າງ​ ໂລກ​ແຫ່ງ​ຍຸ​ຕິ​ທຳ, ພັດ​ທະ​ນາ ແລະ ວັດ​ທະ​ນາ​ຖາ​ວອນ. ຄາດ​ວ່າ, ສະ​ມັດ​ຊາ​ໃຫຍ່ ສ​ປ​ຊ ຊຸດ​ທີ 70 ຈະ​ເລີ່ມ​ເຄື່ອນ​ໄຫວ​ແຕ່​ກາງ​ເດືອນ 9 ຈະ​ມາ​ເຖິງ​ແລະ​ ເປັນ​ເວ​ລາ​ໜຶ່ງ​ປີ.


ຂ່າວ/ບົດ​ອື່ນ