ທ່ານດິງເທ໋ຮີນ,ກຳມະການກົມການເມືອງ,ເຈລະຈາກັບລັດຖະມົນຕີການຕ່າງປະເທດອາເມລິກາ John Kerry

ທ່ານດິງເທ໋ຮີນ,ກຳມະການກົມການເມືອງ,ເຈລະຈາກັບລັດຖະມົນຕີການຕ່າງປະເທດອາເມລິກາ John Kerry - ảnh 1
(ທ່ານ​ ດິງ​ເທ໋ຮີນ, ກຳ​ມະ​ການ​ກົມ​ການ​ເມືອງ ກ່າວ​ຄຳ​ເຫັນພ້ອມ​ກັບ
ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry)

(vovworld) – ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry, ທ່ານ​ ດິງ​ເທ໋ຮີນ, ກຳ​ມະ​ການ​ກົມ​ການ​ເມືອງ, ຜູ້​ປະ​ຈຳ​ການ​ຄ​ະ​ນະ​ເລ​ຂາ​ທິ​ການຄະ​ນະ​ບ​ໍ​ລິ​​ຫານ​ງານ​ສ​ູນ​ກາງ​ພັກ ​ໄດ້​ໄປຢ້ຽມ​ຢາມ​ອາ​ເມ​ລິ​ກາ ໃນ​ລະ​ຫວ່າງວັນ​ທີ 24 – 30/10. ວັນ​ທີ 25/10, ຢູ່​ນະ​ຄອນ​ຫຼວງ ວໍ​ຊິ​ຕັນ, ທ່ານ ດິງ​ເທ໋ຮີນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry. ທ່ານ ດິງ​ເທີ​ຮີນ ຢື​ນ​ຢັນ​ແຜນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ພັກ ແລະ ລັດ​ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ອາ​ເມ​ລິກ​າ ຕາມ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອ​ບ​ດ້ານ​ທີ່​ໄດ້​ຮັບ​ກາ​ນ​ກຳ​ນົດ​ໄວ້ ບົນ​ພື້ນ​ຖານ​ຫຼັກ​ການ​ເຄົ​າ​ລົບ​ເອ​ກະ​ລາດ, ອ​ະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ, ລະ​ບອບ​ການ​ເມືອງ, ເສັ້ນ​ທາງ​ພັດ​ທະ​ນາ ແລະ ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ, ສ້າງ ແລະ ປັບ​ປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​​ເທື່ອ​ລະ​ກ້າວ ເພື່ອ​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ອາ​ເມ​ລິ​ກາ ພັດ​ທະ​ນາ​ຢ່າງ​ໝັ້ນ​ຄົງ, ຍາວ​ນານ, ແທດ​ຈິງ. ທ່ານ ດິງ​ເ​ທ໋​ຮີນ ສະ​ເໜີ 2 ປະ​ເທດ​ສືບ​ຕໍ່​ຍູ້​ແຮງການ​ຮ່ວມ​ມື​ຮອບ​ດ້ານ​ເພື່ອ​ການ​ພັດ​ທະ​ນາ, ໃນ​ນັ້ນ​ເນັ້ນ​ໜັກ​ເຖິງ​ການ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​, ການ​ພົບ​ປະ​ຂັ້​ນ​ສູງ ແລະ ທຸກ​ຂັ້ນ, ນັບ​ທັງ​ພັກການ​ເມືອງ; ເປີດກວ້າງ​ບັນ​ດາ​ກົນ​ໄກ​ທາບ​ທາມ​ຄວາມ​ເຫັນ​ລະ​ຫວ່າງ 2 ປະ​ເທດ​ກ່ຽວ​ກັບ​ບັນ​ດາ​ບັນ​ຫາ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ; ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ… ທ່ານ ດິງ​ເ​ທ໋​ຮີນ ສະ​ເໜີ​ອາ​ເມ​ລິ​ກາ ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟິກ, ຮັບ​ຮູ້​ພື້ນ​ຖານ​ເສ​ດ​ຖະ​ກິດ​ການ​ຕະ​ຫຼາດ​ຂອງ​ຫວຽດ​ນາມ​ໂດຍ​ໄວ… ທ່ານ ດິງ​ເທ໋​ຮີນ ກໍ່​ແລກ​ປ່ຽນ​ກ່ຽວ​ກັບ​ທ່ານ John Kerry ກ່ຽວ​ກັບ​ບັນ​ຫາ​ສິດ​ທິ​ມະ​ນຸດ​ຢ່າງ​ກົງ​ໄປ​ກົງ​ມາ ແລະ ຢືນ​ຢັນ​ເລື່ອງ​ຮັບ​ປະ​ກັນ​ບັນ​ດາ​ສິດ​​ທິ​ມະ​ນຸດ​​ຢ່າງ​ຄົບ​ຖ້ວນ ຍາມ​ໃດ​ກ​ໍ​ແມ່ນ​ຄາດ​ໝາຍ ແລະ ບຸ​ລິ​ມະ​ສິດ​ອັນ​ດ​ັບ​ໜຶ່ງ​ຂອງ​ຫວຽດ​ນາມ. ຫວຽດ​ນາມ ພ້ອມ​ແລ້ວ​ຈະ​ສືບ​ຕໍ່​ເຈ​ລະ​ຈາ​ກັບ​ຝ່າຍ​ອາ​ເມ​ລິ​ກາ ໃນ​ຂົງ​ເຂດນີ້ ດ້ວຍ​ຈິດ​ໃຈ​ເປີດ​ເຜີຍ ແລະ ສ້າງ​ສັນ.

        ກ່ຽວ​ກັບ​ບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ, ທ່ານ ດິງ​ເທ໋ຮີນ ໃຫ້​ຮູ້​ວ່າ, ຫວຽດ​ນາມ ຊົມ​ເຊີຍ​ອາ​ເມ​ລິ​ກາ ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ​ບັນ​ດາ​ປະ​ເທດ​ອາ​ຊີ - ປາ​ຊີ​ຟິກ, ໃນ​ນັ້ນ​ມີ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ເພື່ອ​ສັ​ນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື​ ແລະ ພັດ​ທະ​ນາ ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ​ຂອງ​ສະ​ຫະ​ປະ​ຊາ​ຊາດ; ຕີ​ລາ​ຄາ​ສູງ​ເລື່ອງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ເອົາ​ໃຈ​ໃສ່, ແບ່ງ​ປັນ​ກັບ​ປະ​ເທດ​​ໃນ​ພາກ​ພື້​ນ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ສ່ວນ​ທ່ານລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ John Kerry ເນັ້ນ​ໜັກ​ວ່າ, ອາ​ເມ​ລິ​ກາ ສືບ​ຕໍ່​ຖື​​​ເປັນ​ສຳ​ຄັນທີ່​ຕັ້ງ​ ແລະ ບົດ​ບາດ​ຂອງຫວຽດ​ນາມ, ຖື​ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ​ໃນ​ພາກ​ພື້ນ; ໃຫ້​ຄຳ​ໝັ້​ນ​ສັນ​ຍາ​ເພີ່ມ​ທະ​ວີ​ການ​ພົວ​ພັນ ແລະ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ບັນ​ດາ​ຄຳ​ໝັ້​ນ​ສັນ​ຍາ​ກັບ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ບຸ​ລິ​ມະ​ສິດ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ສຶກ​ສາ, ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ກ້າວ​ໄປ​ເຖິງ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ​ການ​ຄ້າ​ຂ້າມ​ປາ​ຊີ​ຟິກ…

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ ດິງ​ເທ໋ຮີນ ມີ​ບັນ​ດາ​ການ​ພົບ​ປະ, ເຈ​ລະ​ຈາ​ກັບ​ຜູ້​ຕາງ​ໜ້າ​ການ​ຄ້າ​ອາ​ເມ​ລິ​ກາ Michael Froman, ຄະ​ນະ​ການ​ນຳ​ສະ​ຖາ​ບັນ​​ປະ​ຊ​າ​ທິ​ປະ​ໄຕແຫ່ງ​ຊາດ ແລະ ສະ​ຖາ​ບັນ​ສາ​ທາ​ລະ​ນະ​ສາ​ກົນ ຂຶ້​ນ​ກັບ​ພັກ​​ປະ​ຊາ​ທິ​ປະ​ໄຕ ແລະ ພັກ​ສາ​ທາ​ລະ​ນະ​ຂອງ​ອາ​ເມ​ລິ​ກາ ກ່ຽວ​ກັບ​​ການ​ພົວ​ພັນ 2 ຝ່າຍ ແລະ ບັນ​ດາບັນ​ຫາ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ…

ຂ່າວ/ບົດ​ອື່ນ