ທ່ານນາງ Ha Thi Khiet ເຮັດວຽກຢູ່ແຂວງ Quang Ngai

ທ່ານນາງ Ha Thi Khiet ເຮັດວຽກຢູ່ແຂວງ Quang Ngai - ảnh 1

ທ່ານ​ນາງ Ha Thi Khiet

(ພາບ:vietbao.vn)

(VOV)- ​​ໂດຍ​ໄດ້​ສືບ​ຕໍ່​ການ​ໄປ​ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ພາງ​ກາງ, ຕອນ​ເຊົ້າວັນ​ທີ 3/11, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ໄດ້​ກວດກາສະພາບ​ການ​ປະຕິບັດ​ຄຳ​ສັ່ງ​ເລກທີ 03 ຂອງກົມ​ການ​ເມືອງ​ກ່ຽວ​ກັບ “ສືບ​ຕໍ່​ຍູ້​ແຮງ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“ ຢູ່​​ເມືອງ Bo To ແຂວງ Quang Ngai . ກ່າວ​ຄຳ​ເຫັນ​ຊີ້​ນຳ​ໃນ​ການ​ເຮັດ​ວຽກ, ທ່ານ​ນາງ Ha Thi Khiet ​ເລຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ສູນ​ກາງ ​ໄດ້​ເນັ້ນໜັກ​ວ່າ:

   “ດ້ວຍ​ຈຸດ​ພິ​ເສດສະ​ເພາະ​ຂອງ​ອົງຄະ​ນະ​ພັກ​ເມືອງ​ພວກ​ເຮົາ​ຄື​ແນວ​ນັ້ນ, ການ​ປະສົມ​ຄຳ​ສັ່ງ​ເລກທີ 03 ກັບ​ມະຕິ​ສູນ​ກາງ​ພັກ​ຄັ້ງທີ 4, ບວກ​ກັບ​ມູນ​ເຊື້ອ​ການ​ປະຕິວັດ​ຂອງ​ເມືອງ​ເພື່ອ​ໃຫ້ພວ​ກເຮົາສ້າງ​ບັນດາ​ຮູບ​ແບບ​ທີ່​ບ່ອນ​ອື່ນ​ບໍ່​ມີ. ບັນດາ​ສະຫາຍ​ຕ້ອງ​ຂຸດ​ຄົ້ນຢ່າງ​ເລິກ​ເຊິ່ງກ່ວາ​ອີກ ​ແລະ ຈາກ​ນັ້ນຈະ​ສ້າງບັນດາ​ຮູບ​ແບບ​ດີ​ເດັ່ນ​ສະ​ເພາະ​ຂອງ​ຕົນ​ແຕ່​ກໍ່​ມີ​ຈຸດ​ລວມ​ໃນ​ການ​ຮ່ຳຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈິ​ມິນ“.

 

 

 

ຂ່າວ/ບົດ​ອື່ນ