ທ່ານນາງ H.Clinton ຍາດໄດ້ໄຊຊະນະໃຫຍ່ຢູ່ California

ທ່ານນາງ H.Clinton ຍາດໄດ້ໄຊຊະນະໃຫຍ່ຢູ່ California - ảnh 1
ທ່​ານ​ນາງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Hilary Clinton
(ພາບ​ປະ​ກອບ: EPA/TTXVN)

(vovworld) - ໂດຍ​ສືບ​ຕໍ່​ໄຊ​ຊະ​ນະ​ຢ່າງ​ຕໍ່​ເນື່ອງ​ຢູ່ 3 ລັດ​ແມ່ນລັດ New Jersey, Dokota ໃຕ້ ແລະ New Mexico ໃນ​ມື້ “ວັນ​ອັງ​ຄານ​ທຸດ​ທ້າຍ” 07/06 (ຕາມ​ເວ​ລາ​ທ້ອງ​ຖິ່ນ), ທ່​ານ​ນາງ​ອະ​ດີດ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ Hilary Clinton ຍາດ​ໄດ້​ໄຊ​ຊະ​ນະ​ອັນ​ໃຫຍ່​ຫຼວງ​ຢູ່​ລັດ California. ຕາມ​​ຜົນ​​ທີ່ປະ​ກາດ​ໃນ​ບັນ​ດາ​ພາ​ຫະ​ນະ​ສື​່ມວນ​ຊົນ​ແລ້ວ, ທ່ານ​ນາງ Hilary Clinton ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ​ຈາກ​ຜູ້​ແທນ​ຕື່ມ​ອີກ 307 ບັດ​ໃນ​ຈຳ​ນວນ 550 ບັດ​ຢູ່​ລັດ California. ໃນ​ຂະ​ນະ​ນັ້ນ, ຄູ່​ແຂ່ງ​ຂອງ​ທ່ານ​ນາງ​ແມ່ນ​ສະ​ມາ​ຊິກ​ສະ​ພາ​ສູງ​ລັດ Vermont, ທ່ານ Bernie Sanders, ຍາດ​ໄດ້​ບັດ​ສະ​ໜັບ​ສະ​ໜູນ​ພຽງ 155 ບັດເທົ່າ​ນັ້ນ. ​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ Sanders ຖະ​ແຫຼງວ່າ ທ່ານ​​ບໍ່​ປະ​ລະ​ການ​ຊ່ວງ​ເສັງ ແລະ ຈະ​ມາ​ນະ​ພະ​ຍາ​ຍາມ​ເຕົ້​າ​ໂຮມ​ກຳ​ລັງ​ໃຫ້​ການ​ເລືອກ​ຕ​ັ້ງ​ເບື້ອງ​ຕົ້ນ​ຢູ່​ນະ​ຄອນ​ຫຼວງ ວໍ​ຊິງ​ຕັນ ໃນ​ວັນ​ທີ 14/06 ຈະ​ມາ​ເຖິ​ງ.

ຂ່າວ/ບົດ​ອື່ນ