ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີເຊື່ອມຕໍ່ຂົວແບກດັ່ງກັບກວາງນິງ ແລະ ຫາຍຟ່ອງ

(VOVWORLD) -ຕອນເຊົ້າວັນທີ 28 ເມສາ, ຢູ່ແຂວງກວາງນິງ ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນໄດ້ເຂົ້າຮ່ວມພິທີເຊື່ອມຕໍ່ຂົວແບັກດັ່ງ - ເຊິ່ງແມ່ນກິດຈະກຳນອນໃນລະບົບໂຄງການຄົມມະນາຄົມຈຸດສຸມໃນບໍລິເວນແຂວງກວາງນິງ, ເຊື່ອມຕໍ່ລະຫວ່າງແຂວງກວາງນິງ ແລະ ນະຄອນຫາຍຟ່ອງ. ເຂົ້າຮ່ວມຍັງມີທ່ານ ຟ້າມມິງຈິ໋ງ ຫົວໜ້າຄະນະຈັດຕັ້ງສູນກາງພັກ.

ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີເຊື່ອມຕໍ່ຂົວແບກດັ່ງກັບກວາງນິງ ແລະ ຫາຍຟ່ອງ - ảnh 1ພິທີເຊື່ອມຕໍ່ຂົວແບກດັ່ງກັບກວາງນິງ ແລະ ຫາຍຟ່ອງ

(ພາບ:VOV)

ກ່າວຄຳເຫັນທີ່ພິທີ, ທ່ານຟ້າມມິງຈິ໋ງ ເນັ້ນໜັກວ່າ ການເຊື່ອມຕໍ່ຂົວແບັກດັ່ງ, ຕະຫຼອດຮອດການເປີດສະຫຼອງເສັ້ນທາງຄວາມໄວສູງຫາຍຟ່ອງ - ຮ້າລອງ - ເວິນໂດນ ພາຍຫຼັງ 03 ປີແຫ່ງການກໍ່ສ້າງ ດ້ວຍໄລຍະທາງປະມານ 100 km ມີຄວາມໝາຍສຳຄັນຫຼາຍຢ່າງ; ເປັນການພິສູດໃຫ້ເຫັນແຜນນະໂຍບາຍໃຫຍ່ຂອງພັກ, ລັດ ໄດ້ປະກົດຜົນເປັນຈິງ, ນັ້ນແມ່ນຄວາມສຳເລັດໃນການຮ່ວມມືລະຫວ່າງພາກລັດ- ເອກະຊົນ ເພື່ອພັດທະນາພື້ນຖານໂຄງລ່າງ. ແຂວງກວາງນິງແມ່ນແຂວງທຳອິດໃນທົ່ວປະເທດທີ່ສ້າງເສັ້ນທາງຄວາມໄວສູງ, ສະໜາມບິນ, ທ່າກຳປັ່ນ ດ້ວຍຄວາມເປັນເຈົ້າການດ້ວຍຕົນເອງ, ລະດົມການລົງທຶນສູງ. ຂົວແບັກດັ່ງ, ເສັ້ນທາງຄວາມໄວສູງຫາຍຟ່ອງ - ຮ້າລອງ - ເວິນໂດນ ຈະປະກອບສ່ວນເຊື່ອມຕໍ່ 03 ສູນເສດຖະກິດໃຫຍ່ຂອງພາກເໜືອ ນັ້ນແມ່ນ ຮ່າໂນ້ຍ, ຫາຍຟ່ອງ ແລະ ກວາງນິງ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດປະເທດຊາດ.


ຕອບກັບ

ຂ່າວ/ບົດ​ອື່ນ