ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢ້ຽມຢາມ ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ

(VOVWORLD) - ການຢ້ຽມຢາມໃນຄັ້ງນີ້ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຝລັ່ງ.
ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ​ຢ້ຽມຢາມ ຝ​ລັ່ງ​ຢ່າງ​ເປັນ​ທາງ​ການ - ảnh 1ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ (ພາບ:  quochoi.vn)

ພາຍຫຼັງສິ້ນສຸດການຢ້ຽມຢາມລາຊະອານາຈັກ ມາຣົກຢ່າງເປັນທາງການດ້ວຍຜົນສຳເລັດທີ່ດີງາມ, ວັນທີ 30 ມີນາ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປເຖິງນະຄອນຫຼວງ ປາຣີ (ປະເທດ ຝລັ່ງ) ເພື່ອເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດ ຝລັ່ງ ຢ່າງເປັນທາງການຕາມຄຳເຊີນຂອງທ່ານ Richard Ferrand ປະທານສະພາແຫ່ງຊາດ ຝລັ່ງ.

        ຄະນະຜູ້ແທນຂອງຝລັ່ງມາຕ້ອນຮັບຄະນະຜູ້ແທນ ຫວຽດນາມ ຢູ່ສະໜາມບິນລວມມີ: ທ່ານ Stephanie ໂດ ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ຝລັ່ງ - ຫວຽດນາມ, ທ່ານ Bertrand Lorthlary ເອກອັກຄະລັດຖະທູດ ຝລັ່ງປະຈຳ ຫວຽດນາມ, ການນຳກົມການຕ່າງປະເທດ ແລະ ພິທີການ, ຄະນະເລຂາສະພາແຫ່ງຊາດ ຝລັ່ງ. ຝ່າຍ ຫວຽດນາມມີ ທ່ານ ຫງວຽນທຽບ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ຝລັ່ງ,ທ່ານນາງ ຫງວນທິຮ່ວາງມາຍ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອົງການສຶກສາ ວິທະຍາສາດ ແລະ ວັດທະນະທຳ ແຫ່ງສະຫະປະຊາຊາດ, ແລະ ຜູ້ຕ່າງໜ້າສະມາຄົມຊາວ ຫວຽດນາມຢູ່ ຝລັ່ງ ແລະ ພະນັກງານ, ພະລາກອນ ສະຖານທູດ ຫວຽດນາມຈຳນວນໜຶ່ງ.

        ການຢ້ຽມຢາມໄດ້ດຳເນີນໄປໃນລະຫວ່າງວັນທີ 30 ມີນາ - 3 ເມສາ ປີ 2019 ດ້ວຍບັນດາການເຈລະການ, ການພົບປະ ກັບບັນດາການນຳຝລັ່ງ, ພົບປະພະນັກງານ, ພາລະກອນ ສະຖານທູດ ຫວຽດນາມ ປະຈຳ ຝລັ່ງ, ພໍ່ແມ່ປະຊາຊົນ ຫວຽດນາມ. ການຢ້ຽມຢາມໃນຄັ້ງນີ້ເພື່ອແນໃສ່ປັບປຸງ ແລະ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດ ກັບ ຝລັ່ງ, ພ້ອມທັງເປັນຂີດໝາຍໃໝ່ໃນການພັດທະນາການພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບ ລັດຖະສະພາ ສາທາລະນະລັດ ຝລັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ