ທ່ານນາງ ຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 12 ມີນາ, ຢູ່ທຳນຽບປະທານປະເທດ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ດັ້ງທິຫງອກທິ້ງ ໄດ້ໃຫ້ການຕ້ອນຮັບ ຄະນະຜູ້ແທນ ຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ  ໂດຍທ່ານ Yoichi Kobayashi, ປະທານ ຄະນະກຳມະການການຮ່ວມມືດ້ານທຸລະກິດຍີ່ປຸ່ນ - ແມ່ນ້ຳຂອງ, ຫ້ອງການການຄ້າ ແລະ ອຸດສາຫະກຳຍີ່ປຸ່ນ (JCCI) ນຳໜ້າ.
ທ່ານນາງ ຮອງປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ - ảnh 1 ປະທານປະເທດ ດັ້ງທິຫງອກທິ້ງ ຕ້ອນຮັບຄະນະຜູ້ແທນຫ້ອງການການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ

 ນະທີ່ນີ້, ທ່ານນາງ ຮອງປະທານປະເທດ ໄດ້ຢັ້ງຢືນວ່າ: ໃນການພົວພັນທາງດ້ານເສດຖະກິດ, ຫວຽດນາມຍາມໃດກໍຖືຍີ່ປຸ່ນເປັນຄູ່ຮ່ວມມືພົວພັນແຖວໜ້າ ແລະ ຍາວນານ; ພ້ອມກັນນັ້ນ ທ່ານນາງ ຮອງປະທານປະເທດ ກໍເນັ້ນໜັກວ່າ ຫວຽດນາມຍາມໃດກໍສົ່ງເສີມ ແລະ ໃຫ້ຄຳໝັ້ນສັນຍາ ຈະສ້າງທຸກເງື່ອນໄຂເອື້ອອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຍີ່ປຸ່ນທີ່ລົງທຶນຢູ່ຫວຽດນາມ, ບູລິມະສິດພິເສດບັນດາຂົງເຂດຄື ອຸດສາຫະກຳປະດິດ ແລະ ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ. ໃນໄລຍະຕໍ່ໜ້າ, ທ່ານນາງ ຮອງປະທານປະເທດ ປາດຖະໜາວ່າ ຈະມີຫຼາຍວິສາຫະກິດຍີ່ປຸ່ນລົງທຶນເຂົ້າຫວຽດນາມໃນຂົງເຂດການບໍລິການ, ຍົກສູງຄຸນນະພາບຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັບໃຊ້ຄວາມຕ້ອງການບໍລິໂພກຂອງຄົນຊັ້ນ  ກາງ ທີ່ພວມພັດທະນາຢ່າງວ່ອງໄວຢູ່ຫວຽດນາມ. ຕາມ ທ່ານນາງ ຮອງປະທານປະເທດແລ້ວ ບັນດາວິສາຫະກິດຫວຽດນາມ ແລະ ຍີ່ປຸ່ນຄວນສົມທົບກັນ, ຍູ້ແຮງການຮ່ວມມືພັດທະນາການທ່ອງທ່ຽວ, ໝູນໃຊ້ທ່າໄດ້ປຽບຈຸດທີ່ຄ້າຍຄືກັນດ້ານວັດທະນາທຳ ແລະ ທັດສະນີຍະພາບທີ່ສວຍ ງາມຂອງສອງປະເທດ ແລະ ເພີ່ມທະວີການຮ່ວມມືດ້ານການສຶກສາອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ