ທ່ານນາງ ຮອງປະທານປະເທດ ດັ່ງທິຫງອັກທິ້ງ ເຂົ້າຮ່ວມພິທີປຸກລະດົມ ການແຂ່ງຂັນຮັກຊາດຢູ່ຢາລາຍ

(VOVWORLD) - ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອັກທິ້ງ ໄດ້ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ ແລະ ມອບລາງວັນໃຫ້ແກ່ບຸກຄົນ ແລະ ໝູ່ຄະນະດີເດັ່ນຂອງຢາລາຍ
ທ່ານນາງ ຮອງປະທານປະເທດ ດັ່ງທິຫງອັກທິ້ງ ເຂົ້າຮ່ວມພິທີປຸກລະດົມ ການແຂ່ງຂັນຮັກຊາດຢູ່ຢາລາຍ - ảnh 1 ທ່ານນາງ ດັ້ງທິງອັກທິ້ງ ທີ່ພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ

ຕອນເຊົ້າວັນທີ 15 ມີນາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອັກທິ້ງ ໄດ້ເຂົ້າຮ່ວມພິທີປຸກລະດົມການແຂ່ງຂັນຮັກຊາດ ປີ 2018 ຢູ່ຢາລາຍ ແລະ ມອບລາງວັນໃຫ້ແກ່ບຸກຄົນ ແລະ ໝູ່ຄະນະດີເດັ່ນຂອງຢາລາຍ. ກ່າວຄໍາເຫັນທີ່ພິທີ, ທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງ ໄດ້ຍ້ອງຍໍຊົມເຊີຍບັນດາຜົນງານທີ່ພົ້ນເດັ່ນຂອງແຂວງຢາລາຍ ທີ່ບັນລຸໄດ້ໃນຂະບວນການແຂ່ງຂັນຮັກຊາດໃນໄລຍະຜ່ານມາ. ພ້ອມທັງສະເໜີໃຫ້ແຂວງຢາລາຍ ຄວນເອົາໃຈໃສ່ຢ່າງພິເສດເຖິງການແກ້ໄຂລະບອບນະໂຍບາຍ, ຍ້ອງຍໍໃຫ້ແກ່ຜູ້ມີຄຸນງາມຄວາມດີໃນການປະຕິວັດ ຢ່າງຂາດຂັ່້ນກວ່າອີກ, ເອົາໃຈໃສ່ເຖິງຜູ້ທີ່ມີອິດທິພົນຊື່ສຽງໃນເຂດ ຊົນເຜົ່າສ່ວນໜ້ອຍ, ໃນບັນດາສາສະໜາ. ທ່ານນາງຮອງປະທານປະເທດ ດັ້ງທິຫງອັກທິ້ງເນັ້ນໜັກວ່າ:

        “ສືບຕໍ່ເສີມຂະຫຍາຍວຽກງານໂຄສະນາ, ເຜີຍແຜ່, ພົບເຫັນ ແລະ ແຜ່ຂະຫຍາຍບັນດາແບບຢ່າງທີ່ພົ້ນເດັ່ນໃຫ້ຫຼາຍກວ່າອີກ ໂດຍສະເພາະ ບັນດາແບບຢ່າງແມ່ນ ຜູ້ອອກແຮງງານໂດຍກົງໃນໝູ່ຊາວກະສິກອນ, ກໍາມະກອນ, ພະນັກງານ, ນັກຮົບ, ພິເສດແມ່ນບັນດາແບບຢ່າງໃນການຊ່ວຍເຫຼືອຄົນ, ຊ່ວຍເອົາຊັບສົມບັດ ແລະ ອົງອາດກ້າຫານເສຍຊີວິດເພື່ອຊາດ”.


ຕອບກັບ

ຂ່າວ/ບົດ​ອື່ນ