ທ່ານນາງ ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄົນທຸກຍາກ ຢູ່ ແຂວງ ບັກຢາງ

ທ່ານນາງ ຮອງປະທານສະພາແຫ່ງຊາດ ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ຄົນທຸກຍາກ ຢູ່ ແຂວງ ບັກຢາງ - ảnh 1
ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ​ກຳ​ມະ​ການກົມ​ການ​ເມືອງ
ຮອງ​ປະ​ທານ​​ຜູ້​ປະ​ຈຳ​ການສະ​ພາ​ແຫ່ງ​ຊາດ
(ພາບ: TTXVN)

(vovworld) – ຕອນ​ເຊົ້າ​ວັ​ນ​ທີ 17/1, ຄະ​ນະ​ປະ​ຕິ​ບັດ​ງານ ຂອງ  ສະ​ພາ​ແຫ່ງ​ຊາດ ແລະ ສະພາກາແດງ ຫວຽດ​ນາມ ໂດຍ ທ່ານ​ນາງ ຕ່ອງ​ທິ​ຟ໋ອງ, ​ກຳ​ມະ​ການກົມ​ການ​ເມືອງ, ຮອງ​ປະ​ທານ​​ຜູ້​ປະ​ຈຳ​ການສະ​ພາ​ແຫ່ງ​ຊາດ ເປັນຫົວ​ໜ້າ​ຄະ​ນະ, ​ໄປຢ້ຽມ​ຢາມ, ມອບ​ຂອງ​ຂວັນ​ໃຫ້​ຄົນ​ທຸກ​ຍາກ ແລະ ຜູ້ປະສົບເຄາະຮ້າຍ​ຈາກທາດພິດສີສົ້ມ ຢູ່ ຕາ​ແສງ ​ດົງ​ເຢືອງ, ເມືອງ ອຽນ​ເທ໋, ແຂວງ ບັກ​ຢາງ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ມອບຂອງ​ຂວັນ 100 ພູດ, ​ເຊິ່ງແຕ່​ລະພູດ ມີ​ມູນ​ຄ່າ 1,1 ລ້ານ​ດົ່ງ ຂອງສະພາກາແດງຫວຽດ​ນາມ ໃຫ້​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​ມີຄຸນ​ງາມ​ຄວາມ​ດີ​​ຕໍ່​ການ​ປະ​ຕິ​ວັ​ດ​ໃນ​ແຂວງ. ທ່ານ​ນາງ ຕ່ອງ​ທິ​ຟ໋ອງ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວັງວ່າ ອຳ​ນາດ​ການ​ປົກ​ຄອງ​​ທຸກຂັ້ນ ​ໃນແຂວງ ບັກ​ຢາງ ​ຈະສຸມ​ໃສ່​ເບິ່ງ​ແຍງ​ດູແລ​ຊີ​ວິດ​ການ​ເປັນ​ຢູ່​​ທາງ​ດ້ານວັດ​ຖຸ​ ແລະ ຈິດ​ໃຈໃຫ້​ປະ​ຊາ​ຊົນ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ​ໃນ​ໄລ​ຍະ​ຈະ​ມາ​ເ​ຖິງ, ບໍ່​ປະໃຫ້​ຄອບ​ຄົວ​ໃດ​ບໍ່​​ໄດ້​ຕ້ອນ​ຮັບ​ບຸນ​ປີໃໝ່​; ສືບ​ຕໍ່​ຍູ້​​ແຮງ​ການພັດ​ທະ​ນາ​ເສດ​ຖະ​ກິດ, ຍົກ​ສູງ​ລາຍ​ຮັບ​ໃຫ້​ປະ​ຊາ​ຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ