ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ

(VOVWORLD) - ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ໂຄສະນາ, ຂົນຂວາຍ, ແນະນຳພະສົງສຳມະເນນ, ພຸດທະສາສະນິກະຊົນ ເປັນເຈົ້າການປະຕິບັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. 
ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ - ảnh 1ທ່ານນາງ ເຈືອງທິມາຍ ຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ (ພາບ: TTXVN)

  ວັນທີ 05 ກຸມພາ, ທີ່ຮ່າໂນ້ຍ, ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນສູນກາງສະມາຄົມພຸດທະສາສະໜາ ຫວຽດນາມ ໂດຍພະມະຫາອາຈານ ທິກແທງຍຽວ, ຮອງປະທານຜູ້ປະຈຳການສະພາບໍລິຫານງານສະມາຄົມພຸດທະສາສະໜາ ຫວຽດນາມ ນຳໜ້າ.

      ທີ່ການຕ້ອນຮັບ, ທ່ານນາງ ເຈືອງທິມາຍ ໄດ້ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າ, ມີປະສິດທິຜົນ ໃຫ້ແກ່ສັງຄົມ, ປະເທດຊາດຂອງສະມາຄົມພຸດທະສາສະໜາ ຫວຽດນາມ ໃນໄລຍະຜ່ານມາ, ພິເສດແມ່ນວິວັດການຮ່ວມແຮງຮ່ວມໃຈ, ພ້ອມກັບລັດ, ອຳນາດການປົກຄອງບັນດາທ້ອງຖິ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19. ທ່ານນາງ ເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ສະມາຄົມພຸດທະສາສະໜາ ຫວຽດນາມ ຈະສືບຕໍ່ໂຄສະນາ, ຂົນຂວາຍ, ແນະນຳພະສົງສຳມະເນນ, ພຸດທະສາສະນິກະຊົນ ເປັນເຈົ້າການປະຕິບັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ. ພ້ອມກັນນັ້ນ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ໃຫ້ຫລາຍກ່ວາອີກ ເພື່ອສ້າງສະມາຄົມພຸດທະສາສະໜານັບມື້ນັບໝັ້ນຄົງເຂັ້ມແຂງກ່ວາ.

ຕອບກັບ

ຂ່າວ/ບົດ​ອື່ນ