ທ່ານ​ນາງ​ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູ​ນ​ກາງ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກາ​ຕາ

(VOVWORLD) -ໃນລະຫວ່າງວັນທີ 17 ສິງຫາ - 21 ສິງຫາ, ທ່ານນາງເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ກາຕາ ຕາມຄຳເຊື້ອເຊີນຂອງລັດຖະບານ ກາຕາ. ໃນໄລຍະນີ້, ທ່ານນາງ ເຈືອງທິມາຍ ມີການເຮັດວຽກ, ພົບປະເຈລະຈາ ກັບບັນດາຜູ້ຕາງໜ້າລັດຖະບານ, ສະພາແຫ່ງຊາດ ແລະ ການນຳບາງກະຊວງ, ຂະແໜງການຂອງ ກາຕາ.
ທ່ານ​ນາງ​ ເຈືອງ​ທິ​ມາຍ ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ສູ​ນ​ກາງ​ໄປ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ກາ​ຕາ - ảnh 1 ທ່ານນາງເຈືອງທິມາຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ແລະ ທ່ານ Mohammed Bin Abdullah Al-Sulaiti ຮອງປະທານສະພາແຫ່ງຊາດ ກາຕາ (ພາບ: TTXVN) 

ທີ່ການພົບປະ, ບັນດາການນຳ ກາຕາ ໄດ້ສະແດງໃຫ້ເຫັນການຖືເປັນສຳຄັນ ແລະ ປາດຖະໜາຢາກ ຊຸກຍູ້ການພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ. ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນບັນດາຄະນະຜູ້ແທນຂັ້ນສູງ, ຊຸກຍູ້ລາຊະອານາຈັກ ກາຕາ ມາຢ້ຽມຢາມ ຫວຽດນາມ ໂດຍໄວ, ເພີ່ມທະວີການທາບທາມຄຳເຫັນດ້ານການເມືອງກ່ຽວກັບບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢູ່ບັນດາເວທີປາໄສຫຼາຍຝ່າຍໃນພາກພື້ນ ແລະ ສາກົນ, ໜູນຊ່ວຍ, ເປັນຂົວເຊື່ອມຕໍ່ໃຫ້ກັນໃນການເປີດກວ້າງການພົວພັນກັບບັນດາປະເທດໃນພາກພື້ນ. ພ້ອມກັນນັ້ນ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ສະໜັບສະໜູນການຮ່ວມມືໃນຂົງເຂດນ້ຳມັນອາຍແກັດ, ຍົກສູງຈຳນວນຜູ້ອອກແຮງງານ ຫວຽດນາມ ທີ່ມີສີມືແຮງງານສູງຢູ່ ກາຕາ, ພິຈາລະນາເລື່ອງສ້າງຕັ້ງກຸ່ມສະມາຊິກລັດຖະສະພາມິດຕະພາບສອງປະເທດ, ປະຕິບັດບາງໂຄງການເພື່ອແນໃສ່ໜູນຊ່ວຍການສຶກສາເດັກນ້ອຍ ຫວຽດນາມ.

ທ່ານນາງ ເຈືອງທິມາຍ ກໍ່ໄດ້ສະເໜີ ໃຫ້ກາຕາສະໜັບສະໜູນ ຫວຽດນາມໃຫ້ກາຍເປັນຄູ່ຮ່ວມມືສົນທະນາ ຂອງສະພາການຮ່ວມມືເຂດອ່າວ (GCC), ສ້າງເງື່ອນໄຂໃຫ້ແກ່ປະຊາຄົມຊາວຫວຽດນາມດຳລົງຊີວິດ, ທຳມາຫາກິນຢູ່ປະເທດປະຈຳຖິ່ນ, ແລກປ່ຽນບົດຮຽນໃນວຽກງານຂົນຂວາຍປະຊາຊົນ, ປົກປ້ອງພົນລະເມືອງ, ຄຸ້ມຄອງບັນດາອົງການຈັດຕັ້ງສັງຄົມ

ຕອບກັບ

ຂ່າວ/ບົດ​ອື່ນ