ທ່ານນາງ ເອກອັກຄະລັດຖະທູດ ໂງທິຮວ່າ ຕ້ອນຮັບຄະນະຜູ້ແທນສະຖາບັນການສຶກສາກ່ຽວກັບນ້ຳ (IHE) Delft ໂຮນລັງ

(VOVWORLD) -ຫວຽດນາມໄດ້ຕີລາຄາສູງບົດບາດຂອງ IHE ໃນການສົມທົບບຳລຸງສ້າງຊັບພະຍາກອນມະນຸດ, ປະລິນຍາໂທ, ປະລິນຍາເອກໃຫ້ແກ່ ຫວຽດນາມ ໃນຂົງເຂດທີ່ ຫວຽດນາມ ຖືເປັນສຳຄັນພິເສດ.

ທ່ານນາງ ເອກອັກຄະລັດຖະທູດ ໂງທິຮວ່າ ຕ້ອນຮັບຄະນະຜູ້ແທນສະຖາບັນການສຶກສາກ່ຽວກັບນ້ຳ (IHE) Delft ໂຮນລັງ - ảnh 1 ທ່ານນາງໂງທິຮວ່າຕ້ອນຮັບ ທ່ານນາງVanessa de Oliveira ແລະ ທ່ານ Ewoud Kok

(ພາບ: vnembassy-thehague.mofa.gov.vn)

ວັນທີ 17 ເມສາ 2018, ຢູ່ ນະຄອນ ລາໄຮ, ປະເທດ ໂຮນລັງ, ທ່ານນາງ ໂງທິຮວ່າ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ໂຮນລັງ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Vanessa de Oliveira ແລະ ທ່ານ Ewoud Kok, ຕາງໜ້າສະຖາບັນການສຶກສາກ່ຽວກັບນ້ຳ IHE Delft, ເພື່ອແລກປ່ຽນກ່ຽວກັບວຽກງານຊຸກຍູ້ການຮ່ວມມືບຳລຸງສ້າງ ແລະ ການສຶກສາລະຫວ່າງ ສະຖາບັນ ແລະ ຫວຽດນາມ. ທ່ານນາງ ເອກອັກຄະລັດຖະທູດ ໂງທິຮວ່າ ຢືນຢັນວ່າ ຫວຽດນາມໄດ້ຕີລາຄາສູງບົດບາດຂອງ IHE ໃນການສົມທົບບຳລຸງສ້າງຊັບພະຍາກອນມະນຸດ, ປະລິນຍາໂທ, ປະລິນຍາເອກໃຫ້ແກ່ ຫວຽດນາມ ໃນຂົງເຂດທີ່ ຫວຽດນາມ ຖືເປັນສຳຄັນພິເສດ. ທ່ານນາງ ເອກອັກຄະລັດຖະທູດ ເນັ້ນໜັກວ່າ ຈະສົມທົບກັບ IHE ແລະ ບັນດາອົງການທີ່ມີໜ້າທກ່ຽວຂ້ອງຂອງ ຫວຽດນາມ ເພື່ອຊຸກຍູ້ ແລະ ຮັກສາການເຄື່ອນໄຫວສົມທົບກັນບຳລຸງສ້າງນີ້ໃນໄລຍະຈະມາເຖິງ.

        ສ່ວນຜູ້ຕາງໜ້າສະຖາບັນ IHE ກໍສະແດງຄວາມປາດຖະໜາວ່າ ຫວຽດນາມ ແລະ IHE ຈະພິຈາລະນາກ້າວໄປເຖິງການລົງນາມໃນຂໍ້ຕົກລົງຮ່ວມມືໄລຍະຍາວໃນຂົງເຂດບຳລຸງສ້າງຊັບພະຍາກອນມະນຸດ ແລະ ຍົກສູງກຳລັງຄວາມສາມາດ ເພື່ອແນໃສ່ຍົກສູງປະສິດທິຜົນການຮ່ວມມືໃນອະນາຄົດ.

        ທ່ານນາງ ເອກອັກຄະລັດຖະທູດ ໂງທິຮວ່າ ໄດ້ຕີລາຄາສູງການສະເໜີຂອງ ສະຖາບັນ IHE ແລະ ຢັ້ງຢືນວ່າ 2 ຝ່າຍຈະສືບຕໍ່ແລກປ່ຽນ ແລະ ຊຸກຍູ້ການຮ່ວມມືຕາມທິດມີປະສິດທິຜົນ ແລະ ສົມທົບກັນຢ່າງແໜ້ນແຟ້ນກວ່າໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ