ທ່ານນາງH.Cintonຍາດເອົາໄຊຊະນະຢູ່ລັດIowa

ທ່ານນາງH.Cintonຍາດເອົາໄຊຊະນະຢູ່ລັດIowa - ảnh 1
ທ່ານນາງ H.Cinton ຍາດເອົາໄຊຊະນະຢູ່ລັດIowa
(ພາບ: Reuters)

(vovworld) - ຕາມໝາກຜົນ​ແຫ່ງ​ການ​ນັບບັດ​ເລືອກ​ຕັ້ງ​ຢ່າງ​ເປັນ​ທາງ​ການ, ​ເຊິ່ງປະກາດ​ໃນ​ວັນ​ທີ 02/02, ​ໃນ​ກາ​ນ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່ລັດ Iowa ​ເພື່ອຊອກ​ຫາຜູ້​ສະໝັກ​ຮັບ​ເລືອກ​ຕັ້ງ​ເປັນປະທານາທິບໍດີ ອາ​ເມ​ລິ​ກາ ຂອງ​ພັກ​ປະຊາທິປະ​ໄຕ, ອະດີດ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ອາ​ເມ​ລິ​ກາ Hillary Clinton ຍາດ​ໄດ້​ໄຊຊະນະ​ຕໍ່​ທ່ານ Bernie Sanders ສະມາຊິກ​ສະພາ​ສູງ ​ໃນ​ການ​ເລືອກ​ຕັ້ງ​ເບື້ອງ​ຕົ້ນ​ຢູ່​ລັດ Iowa ທີ່ດຳ​ເນີນ​ໃນ​ວັນ​ທີ 01/02. ດ້ວຍ 100% ຈຳນວນບັດທີ່​ໄດ້​ນັບ​ນັ້ນ, ທ່ານ​ນາງ Clinton ຍາດ​ໄດ້ 49,8% ຈຳນວນ​ບັດ​ສະໜັບສະໜູນ, ​ໃນ​ຂະນະ​ນັ້ນທ່ານ Bernie Sanders ສະມາຊິກ​ສະພາ​ສູງ  ບັນລຸ​ໄດ້ 49,6%, ປະທານ​ພັກ​ປະຊາທິປະ​ໄຕ​ຢູ່​ລັດ Iowa ທ່ານ​ນາງ Andy McGuire ​ໄດ້​ເອີ້ນ​ໝາກຜົນ​ນີ້​​ເກືອບ​ເທົ່າ​ກັນ​ໃນ​ປະຫວັດສາ​ດ​ການ​ປະຊຸມ​ລັບຄັ້ງ​ຕ່າງໆຂອງ​ພັກ​ປະຊາທິປະ​ໄຕ​ຢູ່​ລັດ Iowa”. ກ່ອນ​ໜ້າ​ນັ້ນ, ຄະນະ​ຂົນຂວາຍການ​ຫາ​ສຽງ​ເລືອກ​ຕັ້ງ​ຂອງ​ທ່ານ​ນາງ Clinton ​ໄດ້​ປະກາດ​ໄຊຊະນະ​ຕໍ່​ທ່ານ Bernie Sanders.

ຂ່າວ/ບົດ​ອື່ນ