ທ່ານ​ນາງ​ດັ້ງ​ທິ​ງ​ອັກ​ທິ້ງ ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ມີ​ຄວາມ​ປາດ​ຖ​ະ​ໜາ​ຢາກ​ແຕ່​ລະຄົນ​ລ​້ວນ​ແຕ່​ແມ່ນ “ທະ​ນາ​ຄານ​ເລືອດ”

(VOVWORLD) -  ຕອນບ່າຍວັນທີ 11 ມິຖຸນາ, ທີ່ການພົບປະ, ຍ້ອງຍໍຊົມເຊີຍຜູ້ບໍລິຈາກເລືອດ 100 ຄົນທີ່ດີເດັ່ນໃນທົ່ວປະເທດປີ 2020 ຢູ່ທຳນຽບປະທານປະເທດ, ທ່ານນາງ ດັ້ງທິງອກທິ້ງຮອງປະທານປະເທດຫວຽດນາມໄດ້ມີຄວາມປາດຖະໜາຢາກ ແຕ່ລະຄົນລ້ວນແຕ່ແມ່ນທະນະຄານເລືອດ ແລະ ແຕ່ລະໝູ່ຄະນະຈະແມ່ນໝູ່ຄະນະບໍລິຈາກເລືອດທີ່ດີເດັ່ນ.
ທ່ານ​ນາງ​ດັ້ງ​ທິ​ງ​ອັກ​ທິ້ງ ຮອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ມີ​ຄວາມ​ປາດ​ຖ​ະ​ໜາ​ຢາກ​ແຕ່​ລະຄົນ​ລ​້ວນ​ແຕ່​ແມ່ນ “ທະ​ນາ​ຄານ​ເລືອດ” - ảnh 1ທ່ານນາງດັ້ງທິງອັກທິ້ງ ຮອງປະທານປະເທດຫວຽດນາມ ພົບປະກັບຜູ້ບໍລິຈາກເລືອດ 100 ຄົນທີ່ດີເດັ່ນໃນທົ່ວປະເທດປີ 2020 (ພາບ: TTXVN)

ເມື່ອມອບຂອງຂວັນທີ່ລະນຶກແມ່ນຮູບພາບຂອງປະທານໂຮ່ຈີມິນ ໃຫ້ແກ່ຜູ້ບໍລິຈາກເລືອດທີ່ດີເດັ່ນຂອງປີນີ້, ທ່ານນາງດັ້ງທິງອັກທິ້ງ ມີຄວາມປາດຖະໜາ ຢາກບັນດາ ແບບຢ່າງດັ່ງກ່າວ ຈະແມ່ນແກ່ນສານຫຼັກແຫຼ່ງໃຫ້ແກ່ຂະບວນການ ບໍລິຈາກເລືອກດ້ວຍຄວາມສະໝັກໃຈເພື່ອໃຫ້ທົ່ວປະເທດມີແບບຢ່າງທີ່ດີນັບພັນໆຄົນກ່ຽວກັບການບໍລິຈາກເລືອກ. ທ່ານນາງກ່າວວ່າ:

ເພື່ອສືບຕໍ່ຍູ້ແຮງຂະບວນ ການບໍລິຈາກເລືອກດ້ວຍຄວາມສະໝັກໃຈດ້ວຍຄວາມສະໝັກໃຈ ເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການໃນການຮັບໃຊ້ໃຫ້ແກ່ການສຸກເສີນ ແລະ ປິ່ນປົວໃຫ້ແກ່ຄົນເຈັບໃນໄລຍະຈະມາເຖິງ, ຄະນະຊີ້ນຳທຸກຂັ້ນຕ້ອງສືບຕໍ່ຍູ້ແຮງວຽກງານໂຄສະນາເຜີຍແຜ່, ຂົນຂວາຍຍົກສູງຄຸນນະພາບ, ລັກສະນະໝັ້ນຄົງໃຫ້ແກ່ຂະບວນການ ບໍລິຈາກເລືອດດ້ວຍຄວາມສະໝັກໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ