ທ່ານນາງດັ້ງທິຫງ້ອກທີ້ງຮອງປະທານປະເທດມອບທຶນສຶກສາໃຫ້ນັກຮຽນທຸກຍາກ,ມັກຮຽນ130ຄົນ

ທ່ານນາງດັ້ງທິຫງ້ອກທີ້ງຮອງປະທານປະເທດມອບທຶນສຶກສາໃຫ້ນັກຮຽນທຸກຍາກ,ມັກຮຽນ130ຄົນ - ảnh 1
ທ່ານນາງ ດັ້ງ​ທິຫງ້ອກທີ້ງ ຮອງ​ປະທານ​ປະ​ເທດ

(vovworld) - ຕອນ​ບ່າຍ​ວັນ​ທີ 9/8, ທີ່​ເມືອງ​ລອງ​ໂຮ່, ​ແຂວງ​ຫວີງ​ລອງ, ທ່ານນາງ ດັ້ງ​ທິຫງ້ອກທີ້ງ ຮອງ​ປະທານ​ປະ​ເທດ, ພ້ອມ​ກັບ​ຜູ້ຕ່າງໜ້າກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ​ຫວຽດນາມ ​ແລະ ບັນດາ​ນັກ​ອຸປະຖຳ ​ໄດ້ມອບ​ລົບ​ຖີບ 30 ຄັນ ​ແລະ ທຶນ​ສຶກສາ 100 ພູດ, ​ແຕ່ລະ​ຜູດ​ມີ​ມູນ​ຄ່າ 1 ລ້ານດົ່ງ ​ໃຫ້ ບັນດານັກ​ຮຽນທຸກ​ຍາກ, ​ແຕ່ມັກ​ຮຽນ ​ໃນ​ບັນດາ​ໂຮງຮຽນປະ​ຖັມ ​ແລະ ​ໂຮງຮຽນມັດທະຍົມ​ຕອນ​ຕົ້ນ ​ໃນບໍລິ​ເວນ​ເມືອງ.

        ​ໃນ​ໄລຍະ 24 ປີຜ່ານມາ, ກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ​ຫວຽດນາມ ພ້ອມ​ກັບ ກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ​ທຸກ​ຂັ້ນ ​ໄດ້ບໍລິຈາກ​ເງິນ 5000 ກວ່າ ຕື່​ດົ່ງ ​ເພື່ອ​ຊ່ວຍ​ເຫຼືອ​ໃຫ້ ​ເດັກນ້ອຍ 30 ລ້ານ​ຄົນ ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ.

        ຄາດ​ຄະ​ເນ​ວ່າ ໃນ​ວັນ​ທີ 10/8, ກອງ​ທຶນ​ອຸປະ​ກະລະ​ເດັກນ້ອຍ​ຫວຽດນາມ ຈະ​ມອບລົບ​ຖິບ 30 ຄັນ ​ແລະ ທຶນ​ສຶກສາ 100 ພູດ, ​ແຕ່ລະ​ຜູດ​ແມ່ນ 1 ລ້ານດົ່ງ ​ໃຫ້ບັນດາ​ນັກ​ຮຽນປະຖົມ​ເມືອງ ຕາມ​ບີ່​ງ.

ຂ່າວ/ບົດ​ອື່ນ