ທ່ານນາງຕ່ອງທິຟ໊ອງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະກັບຮອງນາຍົກລັດຖະມົນຕີຜູ້ທີ່ໜຶ່ງ Serbia

(VOVWORLD) -ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ Serbia ແລະ ຂອບໃຈ Serbia ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຄືໃນປະຈຸບັນ.

ທ່ານນາງຕ່ອງທິຟ໊ອງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ພົບປະກັບຮອງນາຍົກລັດຖະມົນຕີຜູ້ທີ່ໜຶ່ງ Serbia - ảnh 1 ທ່ານນາງ ຕ່ອງທິຟ໊ອງ ພົບປະກັບທ່ານ Ivica Dacic

(ພາບ: TTXVN)

ໃນຂອບເຂດກອງປະຊຸມສະມັດຊາໃຫຍ່ສະຫະພັນລັດຖະສະພາສາກົນຄັ້ງທີ 141 (IPU 141), ຕອນບ່າຍວັນທີ 17 ຕຸລາ (ຕາມເວລາທ້ອງຖິ່ນ), ຢູ່ສຳນັກງານກະຊວງການຕ່າງປະເທດ Serbia, ທ່ານນາງ ຕ່ອງທິຟ໊ອງ, ກຳມະການກົມການເມືອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບທ່ານ Ivica Dacic, ຮອງນາຍົກລັດຖະມົນຕີຜູ້ທີໜຶ່ງ, ທັງເປັນລັດຖະມົນຕີການຕ່າງປະເທດ Serbia.

        ທີ່ການພົບປະ, ທ່ານນາງ ຕ່ອງທິຟ໊ອງ ໄດ້ຢືນຢັນວ່າ, ຫວຽດນາມ ຖືເປັນສຳຄັນການພົວພັນມິດຕະພາບທີ່ເປັນມູນເຊື້ອກັບ Serbia ແລະ ຂອບໃຈ Serbia ທີ່ໄດ້ສະໜັບສະໜູນ ແລະ ຊ່ວຍເຫຼືອຫວຽດນາມ ໃນພາລະກິດຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ກໍ່ຄືໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດຄືໃນປະຈຸບັນ. ບົນພື້ນຖານຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງແຕ່ລະປະເທດ, ທ່ານນາງ ຕ່ອງທິຟ໊ອງ ປາດຖະໜາວ່າ 2 ປະເທດຈະຊຸກຍູ້ການຮ່ວມມືໃນບັນດາຂົງເຂດເສດຖະກິດ - ການຄ້າ, ວັດທະນະທຳ, ການສຶກສາ - ບຳລຸງສ້າງ, ກິລາ.

        ສ່ວນທ່ານ Ivica Dacic ສະແດງຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບຫວຽດນາມ ຜ່ານການແລກປ່ຽນຄະນະຜູ້ແທນທຸກຂັ້ນ.

        ຕໍ່ຈາກນັ້ນ, ຕອນບ່າຍວັນທີ 17 ຕຸລາ, ທ່ານນາງ ຕ່ອງທິຟ໊ອງ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດຫວຽດນາມ ກໍ່ໄດ້ເຂົ້າຮ່ວມພິທີອັດກອງປະຊຸມສະມັດຊາໃຫຍ່ IPU ຄັ້ງທີ 141.

ຕອບກັບ

ຂ່າວ/ບົດ​ອື່ນ