ທ່ານນາງນາຍົກລັດຖະມົນຕີ ອັງກິດ ຍົກອອກສານທີ່ແຂງກະດ້າງກ່ຽວກັບການຖອນອອກຈາກ ອີຢູ

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຫາກໍ່ຍົກອອກຄຳກ່າວເຕືອນວ່າ ທ່ານນາງຈະບໍ່ “ອະໄພໃຫ້” ບໍ່ວ່າການກະທຳໃດໆ ທີ່ທຳລາຍເລື່ອງປະເທດ ອັງກິດ ຖອນອອກຈາກສະຫະພາບ ເອີຣົບ (ອີຢູ) ຫຼື ເອີ້ນວ່າ Brexit. 
ທ່ານນາງນາຍົກລັດຖະມົນຕີ ອັງກິດ ຍົກອອກສານທີ່ແຂງກະດ້າງກ່ຽວກັບການຖອນອອກຈາກ ອີຢູ - ảnh 1 ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May (ພາບ: AFP/TTXVN)

ຄຳກ່າວເຕືອນແຂງກະດ້າງດັ່ງກ່າວ ໄດ້ຖືວ່າ ແມ່ນເລັ່ງໃສ່ບັນດາສະມາຊິກລັດຖະສະພາພັກນິຍົມຮັກສາເດີມ ທີ່ມີແນວທາງສະໜິດສະໜົມກັບ ເອີຣົບໂດຍກົງ, ເຊິ່ງບໍ່ປົກປິດເຈດຈຳນົງເຮັດໃຫ້ບັນດາແຜນການຂອງລັດຖະບານ ອັງກິດ ປະລາໄຊ ດ້ວຍວິທີທີ່ສະໜັບສະໜູນຝ່າຍຄ້ານ ເພື່ອທວງເອົາສິດໄດ້ປ່ອນບັດຮັບຮອງເອົາສຳລັບຮ່າງຂໍ້ຕົກລົງຂອງ Brexit ສະບັບສຸດທ້າຍ ລະຫວ່າງ ອັງກິດ ແລະ ອີຢູ.

ຕອບກັບ

ຂ່າວ/ບົດ​ອື່ນ