ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ປະເອີບໃຈຕໍ່ແງ່ຫວັງການເຈລະຈາກັບ SPD

(VOVWORLD) - ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel ສະແດງຄວາມປະເອີບໃຈ ເມື່ອເລີ່ມຕົ້ນການເຈລະຈາກັບພັກປະຊາທິປະໄຕສັງຄົມ (SPD) ໃນການສ້າງຕັ້ງລັດຖະບານປະສົມ
ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ ປະເອີບໃຈຕໍ່ແງ່ຫວັງການເຈລະຈາກັບ SPD - ảnh 1 ທ່ານນາງນາຍົກລັດຖະມົນຕີ ເຢຍລະມັນ Angela Merkel (ພາບ: THX/TTXVN)

 ໃນຄວາມມານະພະຍາຍາມ ນຳພື້ນຖານເສດຖະກິດໃຫຍ່ທີ່ສຸດຂອງ ເອີຣົບ ພົ້ນອອກຈາກສະພາບບໍ່ມີທາງອອກດ້ານການເມືອງ ພາຍຫລັງການເລືອກຕັ້ງສະພາຕ່ຳເມື່ອເດືອນ ກັນຍາ ປີ 2017. ວັນທີ 07 ມັງກອນ, ກ່າວຄຳເຫັນຕໍ່ວົງການນັກຂ່າວ ກ່ອນທີ່ກ້າວເຂົ້າສູ່ການເຈລະຈາກັບ SPD , ທ່ານນາງນາຍົກລັດຖະມົນຕີ Angela Merkel ໃຫ້ຮູ້ວ່າ: ເຖິງວ່າຍັງມີວຽກງານຫລາຍຢ່າງ ໃນຊຸມວັນຈະມາເຖິງກໍ່ຕາມ ແຕ່ບັນດາຝ່າຍ ພ້ອມແລ້ວທີ່ຈະພົບປະ ແລະ ນຳມາໃຫ້ໝາກຜົນອັນດີງາມ. ຕາມທ່ານນາງນາຍົກລັດຖະມົນຕີ Angela Merkel ແລ້ວ, ບັນດາພັກຈະເຮັດວຽກຢ່າງວ່ອງໄວ ແລະ ແຮງ ເພື່ອສຳເລັດການເຈລະຈາ.

ຕອບກັບ

ຂ່າວ/ບົດ​ອື່ນ