ທ່ານນາງນາຍົກລັດຖະມົນຕີ ໄທ ປະຕິເສດຄວາມ ສາມາດລາອອກຈາກ ຕຳແໜ່ງ

ທ່ານນາງນາຍົກລັດຖະມົນຕີ ໄທ ປະຕິເສດຄວາມ ສາມາດລາອອກຈາກ ຕຳແໜ່ງ - ảnh 1
(ທ່ານ​ນາງນາຍົກລັດຖະມົນ​ຕີ ​ໄທ ຍິງຣັກ ສິນ​ນະ​ວັດ)

(vovworld) - ວັນ​ທີ 19/11, ກ່າວ​ຄຳ​ເຫັນ​ທີ່​ສຳນັກງານ​ລັດຖະບານ, ທ່ານ​ນາງນາຍົກລັດຖະມົນ​ຕີ ​ໄທ ຍິງຣັກ ສິນ​ນະ​ວັດ ຢືນຢັນ​ວ່າ ທ່ານ​ນາງ​ບໍ່​ຄິດ​ໄລ່​ເຖິງ​ຄວາມ​ສາມາດ​ຍຸບ​ເລີກ​ສະພາ​ຕໍ່າ ຫຼື ລາ​ອອກ​ຈາກ​ຕຳ​ແໜ່​ງ​ເປັນຜູ້ນຳ​​ລັດຖະບານ​ໄທ ນັບ​ທັງ​ເມື່ອ​ຮ່າງ​ກົດໝາຍ​ວ່າ​ດ້ວຍອະ​ໄພ​ຍະ​ໂທດ​ບໍ່​ໄດ້​ຮັບຜົນ ຫຼື ຄວາມ​ກົດ​ດັ່ນຈາກ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ຕ້ານ​ລັດ​ຖະບານ​​ໃນ​ປະຈຸ​ບັນ. ທ່ານ​ນາງ​ຖະ​ແຫຼ​ງວ່າ ລັດຖະບານ​ໃນ​ປະຈຸ​ບັນ​ມີ​ຄວາມສາມາດຢ່າງ​ພຽງພໍເພື່ອບໍລິຫານ​ປະ​ເທດ​ຊາດ ​ແລະ ຖື​ວ່າ​ບັນດາ​ການ​ປ່ຽນ​ແປງ​ທີ່​ບໍ່​ເໝາະ​ສົມຈະ​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ລັດຖະບານ ເພື່ອຜົນ​ປະ​ໂຫຍດ​ຂອງ​ປະຊາຊົນ ​ແລະ ປະ​ເທດ​ຊາດ. ທ່ານ​ນາງນາຍົກລັດຖະມົນຕີ​ໄທ  ຮຽກຮ້ອງ​ໃຫ້​ທຸກ​ຝ່າຍ​ຈົ່ງ​ລະງັບ​ໃຈ, ​ເຄົາລົບ​ກົດໝາຍ ​ແລະ ຕ້ອງຮັບປະກັນ​ວ່າ​ບັນດາ​ຂະ​ບວນການ, ນັບ​ທັງ​ການ​ສະໜັບສະໜູນ ຫຼື ຄັດ​ຄ້ານ​ລັດຖະບານ​ທີ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ຂອງ​ທ່າ​ນນາງ ຈະດຳ​ເນີນ​ໄປ​ຢ່າງ​ເໝາະ​ສົມ ​ແລະ ສັນຕິພາບ.

ຂ່າວ/ບົດ​ອື່ນ