ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ

(VOVWORLD) - ຕາມລາຍການກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 14, ຕອນເຊົ້າວັນທີ 04 ຕຸລາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງຢູ່ຕາແສງ ອານງຽບ, ເມືອງ ນິງກຽວ, ນະຄອນ ເກິ່ນເທີ. 
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບຜູ້ມີສິດເລືອກຕັ້ງຢູ່ເມືອງ ນິງກຽວ, ນະຄອນ ເກິ່ນເທີ

ນະທີ່ນີ້, ຜູ້ມີສິດເລືອກຕັ້ງໄດ້ສະແດງຄວາມພາກພູມໃຈກ່ຽວກັບສະພາບການເສດຖະກິດສືບຕໍ່ພັດທະນາ, ສັງຄົມນັບມື້ນັບເປັນປົກກະຕິ. ເຖິງຢ່າງໃດກໍ່ຕາມ ແຕ່ກໍ່ຍັງມີບັນຫາເຄັ່ງຮ້ອນຫລາຍຢ່າງໄດ້ວາງອອກໃຫ້ແກ່ປະເທດຊາດ. ເມື່ອຕອບຄຳຖາມຂອງຜູ້ມີສິດເລືອກຕັ້ງກ່ຽວກັບການປ້ອງກັນ, ຕ້ານການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢືນຢັນວ່າ:

        “ກ່ຽວກັບການວີ້ງເຕັ້ນຕຳແໜ່ງ, ອຳນາດນັ້ນ ຂ້າພະເຈົ້າຂໍເວົ້າວ່າ, ໃນແຜນນະໂຍບາຍປັດຈຸບັນ, ກົມການເມືອງ, ຄະນະບໍລິຫານງານສູນກາງພັກ ໄດ້ມີຂໍ້ກຳນົດການປ້ອງກັນ, ຕ້ານການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດ ແລະ ແກ້ໄຂຢ່າງເຂັ້ມງວດ. ບໍ່ວ່າໃນກໍລະນີໃດ ຖ້າພົບເຫັນການວີ້ງເຕັ້ນຕຳແໜ່ງ, ວີ້ງເຕັ້ນອຳນາດແມ່ນບໍ່ນຳໃຊ້. ກົມການເມືອງຕ້ອງເປັນແບບຢ່າງ, ຄະນະບໍລິຫານງານສູນກາງພັກຕ້ອງເປັນແບບຢ່າງ ແລະ ສະມາຊິກພັກ ແລະ ປະຊາຊົນຕ້ອງຕິດຕາມກວດກາ.

ຕອບກັບ

ຂ່າວ/ບົດ​ອື່ນ