ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງຢູ່ ໂຮນລັງ

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງ ແລະ ເຮັດວຽກກັບການນຳ ກຸ່ມສະຫະກອນ ໂຮນລັງ (Agriterra).
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງຢູ່ ໂຮນລັງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຢ້ຽມຢາມຮູບແບບປູກດອກໄມ້

ໂດຍສືບຕໍ່ບັນດາການເຄື່ອນໄຫວໃນການຢ້ຽມຢາມ ລາຊາອະນາຈັກ ໂຮນລັງ ຢ່າງເປັນທາງການ, ຕອນເຊົ້າວັນທີ 28 ມີນາ, ຕາມເວລາທ້ອງຖິ່ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງ ແລະ ເຮັດວຽກກັບການນຳ ກຸ່ມສະຫະກອນ ໂຮນລັງ (Agriterra).

        ທ່ານນາງປະທານສະພາແຫ່ງຊາດ ແລະ ບັນດາສະມາຊິກຂອງຄະນະໄດ້ແລກປ່ຽນ, ຊອກຮູ້ບົດຮຽນໃນການຈັດຕັ້ງການເຄື່ອນໄຫວ, ການບໍລິຫານຂອງ Agriterra ຕື່ມອີກ, ພິເສດແມ່ນການຈັດຕັ້ງການຜະລິດຕາມລະບົບມູນຄ່າ ແລະ ບົດບາດຂອງສະພາແຫ່ງຊາດ, ລັດຖະບານໃນການໜູນຊ່ວຍ Agriterra ແລະ ບັນດາສະຫະກອນຢູ່ ໂຮນລັງ ກ່ຽວກັບນະໂຍບາຍ, ແຫຼ່ງກຳລັງ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມສູນກະສິກຳເຕັກໂນໂລຊີສູງຢູ່ ໂຮນລັງ - ảnh 22 ຝ່າຍໄດ້ຖ່າຍຮູບເປັນທີ່ລະນຶກ

        ສ່ວນທ່ານ Kees Blokland, ຜູ້ອຳນວຍການກຸ່ມສະຫະກອນ ໂຮນລັງ (Agriterra) ໄດ້ຍິນດີຕ້ອນຮັບທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ຊອກຫາການເຄື່ອນໄຫວຂອງສູນ; ພ້ອມທັງແນະນຳກ່ຽວກັບຮູບແບບການຮ່ວມມືລະຫວ່າງ ໂຮນລັງ ແລະ ຫວຽດນາມ ໃນຂົງເຂດນີ້.

      

ຕອບກັບ

ຂ່າວ/ບົດ​ອື່ນ