ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການ “ເພື່ອຄວາມໄຝ່ຝັນຕໍ່ໄປ”

(VOVWORLD) - ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍຄະນະຈັດຕັ້ງລາຍການພ້ອມກັບວິສາຫະກິດຫຼາຍແຫ່ງ
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມລາຍການ “ເພື່ອຄວາມໄຝ່ຝັນຕໍ່ໄປ” - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ທີ່ລາຍການ

ເນື່ອງໃນໂອກາດເດືອນກະທຳເພື່ອເດັກນ້ອຍ, ທັງແມ່ນໂອກາດສະເຫຼີມສະຫຼອງ 9 ປີແຫ່ງການປຸກລະດົມລາຍການ “ຫົວໃຈສຳລັບນ້ອງ” ຢ່າງເປັນທາງການ,ຕອນຄ່ຳວັນທີ 4 ມິຖຸນາ, ຢູ່ຮ່າໂນ້ຍ, ກອງທຶນນ້ຳໃຈ ຫວຽດ - ສະຖານີໂທລະພາບ ຫວຽດນາມ, ກຸ່ມບໍລິສັດໂທລະຄົມກອງທັບ (Viettel) ໄດ້ສົມທົບກັນຈັດຕັ້ງລາຍການ “ເພື່ອຄວາມໄຝ່ຝັນ”. ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງຄວາມໝາຍຂອງລາຍການເພື່ອແນໃສ່ນຳມາເຊິ່ງຊີວິດ, ການດຳລົງຊີວິດອັນດີງາມ ແລະ ອະນາຄົດທີ່ສົດໃສໃຫ້ແກ່ເດັກນ້ອຍທີ່ເປັນພະຍາດຫົວໃຈມາແຕ່ເກີດ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຍ້ອງຍໍຊົມເຊີຍຄະນະຈັດຕັ້ງລາຍການພ້ອມກັບວິສາຫະກິດຫຼາຍແຫ່ງ, ບັນດານັກອຸປະຖຳພາຍໃນ ແລະ ຕ່າງປະເທດທີ່ໄດ້ສະໜັບສະໜູນຈຳນວນເງິນ 120 ຕື້ດົ່ງ ເພື່ອຜ່າຕັດໃຫ້ເດັກນ້ອຍເປັນພະຍາດຫົວໃຈມາແຕ່ເກີດ 3.500 ຄົນໃນ 9 ປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ