ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອາກ​ເມ​ເນຍ

(VOVWORLD) - ຕອນບ່າຍວັນທີ 5 ພະຈິກ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ Vahe Enfiajyan ຮອງປະທານສະພາແຫ່ງຊາດ ອາກເມເນຍ ພວມມີການຢ້ຽມຢາມຢູ່ ຫວຽດນາມ. 

ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວ​ຽນ​ທິ​ກິມ​ເງິນ ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ອາກ​ເມ​ເນຍ - ảnh 1

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ ອາກເມເນຍ

ທ່ານນາງປະທານສະພາແຫ່ງຊາດ ໄດ້ຂອບໃຈ ອາກເມເນຍ ທີ່ໄດ້ການສະໜັບສະໜູນ ຫວຽດນາມ ໃນການອອກສະໝັກເລືອກຕັ້ງ ເຂົ້າບັນດາຕຳແໜ່ງຂອງ ສປຊ, ສະເໜີໃຫ້ສອງຝ່າຍສືບຕໍ່ຮ່ວມມືກັນຢ່າງແໜ້ນແຟ້ນກວ່າອີກຢູ່ບັນດາອົງການຈັດຕັ້ງເຊິ່ງສອງປະເທດລ້ວນແຕ່ເປັນສະມາຊິກເພື່ອສະຖຽນລະພາບ, ສັນຕິພາບຂອງແຕ່ລະປະເທດ, ໃນພາກພື້ນ ແລະ ໂລກ,  ສ້າງເງື່ອນໄຂເພື່ອໃຫ້ບັນດາອົງການສະພາແຫ່ງຊາດຂອງທັງສອງປະເທດໄດ້ມີການແລກປ່ຽນບົດຮຽນໃນຂົງເຂດສ້າງນິຕິກຳ. ຄຽງຄູ່ກັນນັ້ນ, ຕ້ອງຍູ້ແຮງບັນດາການຢ້ຽມຢາມເຊິ່ງກັນແລະກັນ ເພື່ອເປີດກ້ວາງຄວາມສາມາດບົ່ມຊ້ອນໃນການຮ່ວມມືໃໝ່ຕື່ມອີກ. ພ້ອມທັງສະແດງຄວາມປາດຖະໜາຢາກໃຫ້ ອາກເມເນຍ ຫັນການອອກວີຊາໃຫ້ພົນລະເຮືອນຫວຽດນາມ ໄປຍັງ ອາກເມເນຍໃຫ້ງ່າຍດາຍກ່ວາເກົ່າ.

        ທ່ານຮອງປະທານສະພາແຫ່ງຊາດ ອາກເມເນຍຢັ້ງຢືນວ່າ ກຸ່ມສະມາຊິກລັດຖະສະພາມິດຕະພາບ ອາກເມເນຍ ຈະພະຍາຍາມຈົນສຸດຄວາມສາມາດຂອງຕົນເພື່ອຊຸກຍູ້ການພົວພັນຂອງສອງປະເທດ, ທ່ານມີຄວາມປາດຖະໜາຢາກໃຫ້ ຫວຽດນາມເປີດສະຖານທູດ ປະຈຳ ອາກເມເນຍ. ພ້ອມທັງຢ້ັງຢືນວ່າ ອາກເມເນຍ ພ້ອມແລ້ວທີ່ຈະຮ່ວມມືກັບ ສະພາແຫ່ງຊາດ ຫວຽດນາມເພື່ອນຳເອົາການພົວພັນລະຫວ່າງສະພາແຫ່ງຊາດສອງປະເທດຂຶ້ນສູ່ລະດັບສູງໃໝ່, ສະເໜີໃຫ້ສະພາແຫ່ງຊາດ ຫວຽດນາມສ້າງກຸ່ມສະມາຊິກລັດຖະສະພາມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ