ທ່ານນາງປະທານສະພາແຫ່ງຊາດ ເດີນທາງໄປເຂົ້າຮ່ວມກອງປະຊຸມ MSEAP 3 ແລະຢ້ຽມຢາມຕວກກີ ຢ່າງເປັນທາງການ

(VOVWORLD) -ຕອນບ່າຍວັນທີ 7 ຕຸລາ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດຫວຽດນາມ ເດີນທາງໄປຮອດສະໜາມບິນສາກົນ Ataturk, Istanbuk, ຕວກກີີ. ຕ້ອນຮັບຄະນະຜູ້ແທນຫວຽດນາມຢູ່ສະໜາມບິນ ມີທ່ານ ຟ້າມແອງຕ໊ວນ ເອກອັກຄະລັດຖະທູດຜູ້ມີອໍານາດເຕັມ ແຫ່ງ ສສ.ຫວຽດນາມ ປະຈໍາ ຕວກກີ, ສ່ວນຝ່າຍ ຕວກກີ ມີທ່ານ Bahattin Atci ຮອງເຈົ້າແຂວງ Istanbuk.

ທ່ານນາງປະທານສະພາແຫ່ງຊາດ ເດີນທາງໄປເຂົ້າຮ່ວມກອງປະຊຸມ MSEAP 3 ແລະຢ້ຽມຢາມຕວກກີ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະເຂົ້າຮ່ວມກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ ຄັ້ງທີ 3 (MSEAP3) ຕາມຄໍາເຊື້ອເຊີນຂອງທ່ານປະທານ Duma ແຫ່ງຊາດ ສະຫະພັນລັດເຊຍ Vyacheslav Volodin  ແລະ ທ່ານປະທານສະພາແຫ່ງຊາດ ສ.ເກົາຫຼີ Moon Hee Sang, ເປັນປະທານຮ່ວມສ້າງຕັ້ງກອງປະຊຸມປະທານສະພາແຫ່ງຊາດບັນດາປະເທດ ອາຊີ - ເອີຣົບ (MSEAP); ແລະຈະ ຢ້ຽມຢາມຕວກກີ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ ຕວກກີ Binali Yildirim. MSEAP ແມ່ນກົນໄກຮ່ວມມືລັດຖະສະພາພາກພື້ນ ອາຊີ - ເອີຣົບ ຕາມຂໍ້ລິເລີ່່ມຂອງທ່ານປະທານ Duma ແຫ່ງຊາດ  ລັດເຊຍ ແລະ ປະທານສະພາແຫ່ງຊາດ ສ.ເກົາຫຼີ.

        ພາຍຫຼັງເຂົ້າຮ່ວມ ກອງປະຊຸມ MSEAP 3, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະຢ້ຽມຢາມ ຕວກກີ ຢ່າງເປັນທາງການ. ນີ້ແມ່ນຄັ້ງທໍາອິດ ທີ່ປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມ ຕວກກີ ຢ່າງເປັນທາງການ. ການຢ້ຽມຢາມ ແມ່ນ ຂີດໝາຍໃໝ່ໃນການເພີ່ມທະວີ ແລະ ພັດທະນາການພົວພັນມິດຕະພາບ, ການຮ່ວມມືລະຫວ່າງຫວຽດນາມ ແລະ ຕວກກີ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຈະມີການເຈລະຈາກັບ ທ່ານປະທານສະພາແຫ່ງຊາດ ຕວກກີ Binali Yildirim;  ເຈລະຈາກັບບັນດາການນໍາຂັ້ນສູງ ຕວກກີ; ເຂົ້າຢ້ຽມຢາມ ສະຖານທູດຫວຽດນາມ ປະຈໍາ ຕວກກີ ແລະ ເຂົ້າຮ່ວມການໂອ້ລົມສົນທະນາມທີ່ມີ ທີ່ມີຫົວຂໍ້ “ກາລະໃນການໂອກາດດໍາເນີນທຸລະກິດ, ລົງທຶນ ຫວຽດນາມ - ຕວກກີ”.

        ຕອນຄໍ່າວັນທີ 6 ຕຸລາ, ສໍານັກຂ່າວສານ Kyodo, ໜັງສືພິມອອນໄລ Nikkei  ແລະ

ຕອບກັບ

ຂ່າວ/ບົດ​ອື່ນ