ທ່ານນາງປະທານສະພາແຫ່ງຊາດຢ້ຽມຢາມກອງບັນຊາການທະຫານປ້ອງກັນຊາຍແດນ

(vovworld) - ຕອນ​ບ່າຍ​ວັນ​ທີ 3/3, ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ລົງ​ຢ້ຽມຢາມ ​ແລະ ອວຍພອນ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 28 ປີ ​ແຫ່ງ​ວັນ​ທົ່ວ​ປວງ​ຊົນ​ປ້ອງ​ກັນຊາ​ຍ​ແດນ (3/3/1989-3/3/2017) ​ແລະ 58 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂອງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ (3/3/1959-3/3/2017). ນະ​ທີ່​ນີ້ ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ເນັ້ນ​ໜັກ​ວ່າ, ພັກ, ລັດ ​ແລະ ປະຊາຊົນ ​ໄດ້​ມອບ​ໜ້າ​ທີ່​ໃຫ້ທະຫານ​ປ້ອງ​ກັນຊາ​ຍ​ແດນຄຸ້ມ​ຄອງ​, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຜືນ​ແຜ່ນດິນ, ຮັບປະກັນຄວາມ​ປອດ​ໄພ​ຢູ່​ເຂດຊາຍ​ແດນທາງບົກ ​ແລະ ທາງ​ທະ​ເລ​. ​ໃນ​ໄລຍະ​ຜ່ານ​ມາ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ໄດ້​ປະຕິບັດ​ໜ້າ​ທີ່​ນີ້​ດີ​ທີ່​ສຸດ. ທະຫານ​ປ້ອງ​ກັນຊາ​ຍ​ແດນ ​ໄດ້​ຕາງໜ້າ​ພັກ, ລັດ ​ແລະ ປະຊາຊົນ​ປະຕິບັດ​ໜ້າ​ທີ່​ການ​ຕ່າງປະ​ເທດ​ປະຊາຊົນ ​ແລະ ການ​ຕ່າງປະ​ເທດ​ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ຍ​ແດນ ຫວຽດນາມ​ ກັບ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ມີ​ເສັ້ນ​ຊາຍ​ແດນດຽວ​ກັນກັບ​ ຫວຽດນາມ ກໍ່​ຄືປະຕິບັດ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ພັກ ​ແລະ ລັດ​ຢ່າງ​ຖືກຕ້ອງ. ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ  ​ເຫັນ​ວ່າ​ຢູ່​ບ່ອນ​ໃດ​ມີ​ທະຫານ​ປ້ອງ​ກັນຊາ​ຍ​ແດນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຢູ່​ບ່ອນ​ນັ້ນ​ກໍ່​ດີກ​ວ່າ, ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ທະຫານ​ປ້ອງ​ກັນຊາ​ຍ​ແດນ. ທະຫານ​ປ້ອງ​ກັນຊາ​ຍ​ແດນ​ໄດ້ໂຄສະນາ,​ ເຜີຍ​ແຜ່ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ​ເຖິງ​ໝູ່ປະຊາຊົນຢ່າງ​ຄົບ​ຖ້ວນ.

ຂ່າວ/ບົດ​ອື່ນ