ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດອິນເດຍ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຂອບໃຈທັດສະນະຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ
ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນຕ້ອນຮັບເອກອັກຄະລັດຖະທູດອິນເດຍ - ảnh 1 (ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບເອກອັກຄະລັດຖະທູດອິນເດຍ)

ຕອນເຊົ້າວັນທີ 28 ກຸມພາ, ທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ເຂົ້າຢ້ຽມຂ່ຳນັບຕາມພິທີການທູດ ເນື່ອງໃນໂອກາດມາຮັບໜ້າທີ່ໃໝ່, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ເຊື້ອໝັ້ນວ່າ, ທ່ານເອກອັກຄະລັດຖະທູດຈະປະຕິບັດສຳເລັດໜ້າທີ່ໃນອາຍຸການດຳລົງຕຳແໜ່ງຂອງຕົນໄດ້ເປັນຢ່າງດີ, ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ 2 ປະເທດ, ທ່ານນາງ ຫງວຽນທິກິມເງິນ ສະເໜີໃຫ້ທ່ານເອກອັກຄະລັດຖະທູດອິນເດຍ ດ້ວຍບົດບາດເປັນຂົວເຊື່ອມຕໍ່ລະຫວ່າງ 2 ປະເທດ, ຈະສືບຕໍ່ສົມທົບກັບບັນດາອົງການທີ່ມີໜ້າທີ່ຂອງທັງ 2 ຝ່າຍຊຸກຍູ້ການຮ່ວມມືໃນບາງຂົງເຂດຄື: ສືບຕໍ່ໜູນຊ່ວຍຫວຽດນາມ ຍົກສູງກຳລັງຄວາມສາມາດດ້ານປ້ອງກັນຊາດ; ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນ, ວັດທະນະທຳ, ທ່ອງທ່ຽວ ແລະ ການພົວພັນແລກປ່ຽນປະຊາຊົນ…

          ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຕີລາຄາສູງການຮ່ວມມືລະຫວ່າງ 2 ປະເທດຢູ່ບັນດາເວທີປາໄສສາກົນ ແລະ ພາກພື້ນ; ຂອບໃຈທັດສະນະຂອງອິນເດຍ ກ່ຽວກັບບັນຫາທະເລຕາເວັນອອກ ແລະ ສະເໜີໃຫ້ອິນເດຍ ມີສຽງເວົ້າຢ່າງແຮງກວ່າອີກ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ໃນບັນຫາດັ່ງກ່າວ.

          ສ່ວນທ່ານເອກອັກຄະລັດຖະທູດອິນເດຍ Pranay Verma ຢືນຢັນວ່າ, ຈະສືບຕໍ່ມີສຽງເວົ້າ, ສະໜັບສະໜູນຫຼັກໝັ້ນຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບບັນຫາທະເລຕາເວັນອອກ ໃຫ້ຖືກຕ້ອງຕາມກົດໝາຍສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ