ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມສະຖານທູດຫວຽດນາມຢູ່ກູບາ



ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນຢ້ຽມຢາມສະຖານທູດຫວຽດນາມຢູ່ກູບາ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກີມ​ເງິນ



(vovworld)-  ​ຕອນ​ຄ່ຳ​ວັນ​ທີ 28/11, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽ​ນ​ທິ​ກີມ​ເງິນ ໄດ້​ໄປ​ຢ້ຽມ​ຢາມ ແລະ ພົບ​ປະ​ກັບ​ພະ​ນັກ​ງານ​ລັດ​ຖະ​ກອນ​ສະ​ຖານ​ທູດ ແລະ ຜູ້​ຕາງ​ຫນ້າ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ ກູ​ບາ. ກ່າວ​ຄຳ​ເຫັນ​ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ໄດ້​ຕີ​ລາ​ຄາ​ສູງ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ສະ​ຖານ​ທູດ​ກໍ​ຄື​ປະ​ຊາ​ຄົມ​ຊາ​ວ​ຫວຽດ​ນາມ ອາ​ໄສ​ຢູ່ ກູ​ບາ ໃນ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ​ແນວ​ທາງ, ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ພັກ ແລະ ລັດ, ປະ​ກອບ​ສ່ວນ​ສືບ​ຕໍ່​ພັດ​ທະ​ນາ​ສາຍ​ພົວ​ພັນ​ອ້າຍ​ນ້ອງ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານລະ​ຫວ່າງ ຫວຽດ​ນາມ ແລະ ກູ​ບາ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສະ​ຖານ​ທູດ ຄວນ​ຕັ້ງ​ຫນ້າ​ໃນ​ການ​ສົມ​ທົບ​ຜັນ​ຂະ​ຫຍາຍ​ໝາກ​ຜົນ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ ແລະ ບັນ​ດາ​ຂໍ້​ຕົກ​ລົງ​ລະ​ຫວ່າງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ ເພື່ອ​ປະ​ກອບ​ສ່ວນ​ສືບ​ຕໍ່​ເຮັດ​ໃຫ້​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ​ລະ​ຫວ່າງ​ຫວຽດ​ນາມ ແລະ ກູ​ບາ​ ເລິກ​ເຊິ່ງກວ່າ. ພ້ອມ​ກັນ​ນັ້ນ ແມ່ນ​ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ວຽກ​ງານ​ການ​ທູດດ້ານການ​ເມືອງ, ການທູດ​ດ້ານ​ເສດ​ຖະ​ກິດ, ການ​ທູດ​ດ້ານ​ວັດ​ທະ​ນະ​ທຳ ແລະ ວຽ​ກ​ງານ​ປະ​ຊາ​ຄົມ​ຢ່າງ​ຄົບ​ຊຸດ, ໃນ​ນັ້ນ​ບຸ​ລິ​ມະ​ສິດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ເປັນ​ເສ​ນາ​ທິ​ການ, ຮ່ວມ​ເດີນ​ທາງ ແລະ ຫນູນ​ຊ່ວຍ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ລາຍ​ການ, ໂຄງ​ການ​ຮ່ວມມ​ື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ປະ​ເທດ.


ຕອບກັບ

ຂ່າວ/ບົດ​ອື່ນ