ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍຫຼານ​ຄຳ​ຮູ້​ຂອງ​ລຸງ​ໂຮ່​​​ໃນຂອບ​ເຂດທົ່ວ​ປະ​ເທດ

(VOVWORLD) - ຕອນເຊົ້າວັນທີ 25 ຕຸລາ, ຢູ່ຮ່າໂນ້ຍ ໄດ້ດຳເນີນພິທີຍ້ອງຍໍຊົມເຊີຍຫຼານຄຳຮູ້ຂອງລຸງໂຮ່ ຂອບເຂດທົ່ວປະເທດ ຄັ້ງທີ 9 ດ້ວຍຫົວຂໍ້ “ດອກໄມ້ທີ່ຫອມຫວນຖະຫວາຍແດ່ລຸງໂຮ່”, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 344 ຄົນ ເຊິ່ງແມ່ນສະມາຊິກເຍົາວະຊົນ, ອະນຸຊົນ ທີ່ມີຜົນງານດີເດັ່ນໃນຂອບເຂດທົ່ວປະເທດ.
 ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ເຂົ້າ​ຮ່ວມ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍຫຼານ​ຄຳ​ຮູ້​ຂອງ​ລຸງ​ໂຮ່​​​ໃນຂອບ​ເຂດທົ່ວ​ປະ​ເທດ - ảnh 1 ພິທີຍ້ອງຍໍຊົມເຊີຍຫຼານຄຳຮູ້ຂອງລຸງໂຮ່ ຂອບເຂດທົ່ວປະເທດ ຄັ້ງທີ 9 ດ້ວຍຫົວຂໍ້ “ດອກໄມ້ທີ່ຫອມຫວນຖະຫວາຍແດ່ລຸງໂຮ່”

ກ່າວຄຳເຫັນທີ່ພິທີ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມປາດຖະໜາວ່າ ເຍົາວະຊົນ, ອະນຸຊົນໃນທົ່ວປະເທດມີຄວາມເອກອ້າງທະນົງໃຈ ແລະ ສືບຕໍ່ບາດກ້າວເດີນຂອງລຸ້ນພໍ່ລຸ້ນອ້າຍ, ເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດຫວຽດນາມ, ຕັ້ງໜ້າປະຕິບັດຕາມ ຄຳສັ່ງສອນ 5 ຂໍ້ ຂອງລຸງໂຮ່, ມານະພະຍາຍາມ, ຝຶກຝົນຫຼໍ່ຫຼອມ, ມີບັນດາຄຸນສົມບັດ ເປັນຕົ້ນແມ່ນ ດຸໝັ້ນຂະຫຍັນພຽນ, ມີຫົວຄິດປະດິດສ້າງ, ສາມັກຄີ; ຫ້າວຫັນເຂົ້າຮ່ວມບັນດາຂະບວນການຂອງອົງການເຍົາວະຊົນ ແລະ ບັນດາກິດຈະກຳສັງຄົມທີ່ສອດຄ່ອງກັບໄວອາຍຸ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີວ່າ ໃນໄລຍະຈະມາເຖິງ, ຄະນະພັກທຸກຂັ້ນ, ອຳນາດການປົກຄອງ, ບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງ ແລະ ທົ່ວສັງຄົມ ຈົ່ງເອົາໃຈໃສ່ເຖິງວຽກງານປົກປ້ອງ, ເບິ່ງແຍງດູແລ, ສັ່ງສອນເຍົາວະຊົນ, ອະນຸຊົນ ຫຼາຍກວ່າອີກ ໂດຍສະເພາະແມ່ນສຳລັບພວກຫຼານເຍົາວະຊົນທີ່ປະສົບກັບຄວາມຫຍຸ້ງຍາກ, ຢູ່ເຂດຫ່າງໄກສອກຫຼີກ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ, ເຂດທີ່ຖືກຜົນກະທົບຈາກໄພທຳມະຊາດເປັນປະຈຳ.

      ເນື່ອງໃນໂອກາດນີ້, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ມອບໃບຍ້ອງຍໍຂອງຄະນະບໍລິຫານງານສູນກາງ ຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃຫ້ແກ່ພວກຫຼານອະນຸຊົນທີ່ດີເດັ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ