ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດ ແຟງລັງແລະພົບປະກັບປະທານສະພາແຫ່ງຊາດUAE

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບປະທານສະພາແຫ່ງຊາດ ແຟງລັງແລະພົບປະກັບປະທານສະພາແຫ່ງຊາດUAE - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ມອບ​ຂອງ​ຂວັນ​ໃຫ້​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ທ່ານ​ນາງ Maria Lohela.
​ພາບ:qdnd.vn

(vovworld)-  ​ໃນ​ລາຍ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ບັນ​ດາ​​ປະ​ທານ​ສະ​ພາ​ແຫ່ງ​ ຊາດເພດ​ຍິງ​ໂລກ​ຄັ້ງ​ທີ 11, ຕອນ​ບ່າຍ​ວັນ​ທີ 12/12 ຕາມ​ເວ​ລາ​ທ້ອງ​ຖິ່ນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ຕ້ອນ​ຮັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ທ່ານ​ນາງ Maria Lohela. ກ່າວ​ຄຳ​ເຫັນ​ນະ​ການ​ຕ້ອນ​ຮັບ, ທ່ານ​ນາງ​ປະ​ທານ ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຖື​ວ່າ: ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ຄວນ​ສືບ​ຕໍ່​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ, ຂັ້ນ​ຄະ​ນະ​ກຳ​ມາ​ທິ​ການ ແລະ ບັນ​ດາ​ອົງ​ການ​ຮັບ​ໃຊ້​ສະ​ພາ​ແຫ່ງ​ຊາດ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ບົດ​ຮຽນ​ໃນ​ບັນ​ດາ​ຂົງ​ເຂດ ແລະ ການ​ເຄື່ອນ​ໄຫວ, ອັດ​ເດັດ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ລັດ​ຖະ​ສະ​ພາ​ຢູ່​ແຕ່​ລະ​ປະ​ເທດ, ເພ​ີ່ມ​ທະ​ວີ​ການ​ພົວ​ພັນ​ສອງ​ຝ່າຍ​ກໍ​ຄື​ສືບ​ຕໍ່​ສົມ​ທົບ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ຫລາຍ​ຝ່າຍ, ເພີ່ມ​ທະ​ວີ ແລະ ສະ​ຫນັບ​ສະ​ຫນູນ​ເຊິ່ງ​ກັນ ແລະ​ກັນ ໃນ​ບັນ​ດາ​ບັນ​ຫາ​ຊື່ງ​ຕ່າ​ງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ແຟງ​ລັງ ປາດ​ຖະ​ຫນາ​ຢາກ​ສອງ​ປະ​ເທດ​ເພີ່ມ​ທະ​ວີ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ເສດ​ຖະ​ກິດ​ກໍ​ຄື​ການ​ພົບ​ປະ​ແລກ​ປ່ຽນ​ປະ​ຊາ​ຊົນ​ກວ່າ​ອີກ. ແຟງ​ລັງ ປາດ​ຖະ​ຫນາ​ຢາກ​ຫວຽດ​ນາມ ແມ່ນ​ຄູ່​ຮ່ວ​ມ​ມື​ສຳ​ຄັນ​ໃນ​ດ້ານ​ການ​ຄ້າ.

ທີ່​ການ​ພົບ​ປະ​ກັບ​ທ່ານ​ Aman Apdula Ankubaisi, ປະ​ທານ​ສະ​ພາ​ແຫ່ງ​​ຊາດ ຢູ​ໄນ​ຕິດ ອາ​ຣັບ ເອ​ມີ​ເຣດ (UAE), ທ່ານ​ນາງ ປະ​ທານສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ເນັ້ນ​ຫນັກ​ວ່າ: ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ຫລາຍ​ດ້ານ​ກັບ UAE ເປັນ​ສຳ​ຄັນ. ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ສົມ​ທົບ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ: UAE ພິ​ຈາ​ລະ​ນາ​ຢ່າງ​ຕັ້ງ​ຫນ້າ​ການ​ສະ​ຫນັບ​ສະ​ຫນູນ​ຫວຽດ​ນາມອອ​ກ​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງ​ເປັນ​ກຳ​ມະ​ການບໍ່​ປະ​ຈຳ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020-2021. ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ UAE , Aman Apdula Ankubaisi ຢືນ​ຢັນ: ໃນ​ບັ້​ນ​ພົ​ວພັນ​ກັບ​ຕ່າງ​ປະ​ເທດ​ຂອງ UAE, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຢູ່ ອາ​ຊີ ມີ​ທີ່​ຕັ້ງ​ສຳ​ຄັນ​ທີ່​ສຸດ ສະ​ນັ້ນ UAE ເປັນ​ເອ​ກະ​ພາບ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ການ​ພົວ​ພັນ​ສອງ​ຝ່າຍ​ກັບ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ