ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລັດເຊຍ,ຍີ່ປຸ່ນແລະກູບາ

 

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດລັດເຊຍ,ຍີ່ປຸ່ນແລະກູບາ - ảnh 1
ທ່ານ​​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງີນ
ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ Konstantin  Vnukov



(vovworld)- ​ ​ ຕອນ​ບ່າຍ​ວັນ​ທີ 8/6 ຢູ່ ຮ່າ​ໂນ້ຍ, ທ່ານ​​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງີນ ໄດ້​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ Konstantin Vasilievich Vnukov, ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ Fukada Hiroshi ແລະ ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ Herminio Lopez Diaz. ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ລັດ​ເຊຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ປາດ​ຖະ​ຫນາ​​ຢາກ​ໃຫ້ສອງ​ປະ​ເທດ​ສືບ​ຕໍ່​ມີ​ບັນ​ດາ​ການ​ພົວ​ພັນ​ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ ແລະ ຕີ​ລາ​ຄາ​ສູງ​ຄວາມ​ສຳ​ຄັນ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຫວຽດ​ນາມ - ລັດ​ເຊຍ. ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ, ທ່ານ​ນາງ​ຫງວຽນ​ທິກ​ີມ​ເງິນ ຕີ​ລາ​ຄາ​ສູງ​ການ​ພ​ົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ ແລະ ສະ​ເຫນີ ຍີ່​ປຸ່ນ ຊ່ວຍ​ຫວຽດ​ນາມ ຕ້ານ​ສະ​ພາບ​ນ້ຳ​ທະ​ເລ​ຊືມ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່ນ​ນ້ຳ​ຂອງ ແລະ ຕ້ານ​ການ​ແຫ້ງ​ແລ້ງ​ຢູ່​ໄຕ​ງວຽນ. ເອກ​ອັກ​ຄະ​ລັດ​ຖະ​ທູດ ຍີ່​ປຸ່ນ ຢືນ​ຢັນ: ຍີ່​ປຸ່ນ ຈະ​ສືບ​ຕໍ່​ຊ່ວຍ​ເຫລືອ ODA ໃຫ້​ແກ່​ຫວຽດ​ນາມ, ຊ່ວຍ​ຫວຽດ​ນາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ.

ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ, ທ່ານ​ນາງ ຫງວຽນ​ທິ​ກີມ​ເງິນ ອວຍ​ພອນ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່​ຫລວງ​ຊື່ງ​ປະ​ຊາ​ຊົນ​ກູ​ບາ​ບັນ​ລຸ​ໄດ້​ໃນ​ທຸກ​ຂົງ​ເຂດ ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ ແລະ ການ​ຕ່າງ​ປະ​ເທດ​ໃນ​ໄລ​ຍະ​ຜ່ານ​ມາ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ກູ​ບາ ຢືນ​ຢັນ ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ເກິດ, ສັ​ງ​ຄົມ​ຂອງ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ