ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບບັນດາທ່ານນາງເອກອັກຄະລັດຖະທູດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ
​ພົບ​ປະ​ກັບ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ

(vovworld)- ຕອນ​ເຊົ້າ​ວັນ​ທີ 5/3 ຢູ່ ຮ່າ​ໂນ້ຍ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄດ້​ພົບ​ປະ​ກັບ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ຢູ່​ຫວຽດ​ນາມ ເນື່ອ​ງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງວັນ​ແມ່​ຍິງ​ສາ​ກົນ 8/3. ​ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງກ​ໍ​ໄດ້​ເຂົ້າ​ຮ່ວມ​ເຫດ​ການນີ້. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ ຫງວຽນ​ທິ​ກີມ​ເງິນ ອວຍ​ພອນ​ບັນ​ດາ ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ຫນ້າ​ຜູ້​ຕາງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ ເນື່ອງ​ໃນ​ໂອ​ກາດ​ວັນ​ແມ່​ຍິງ​ສາ​ກົນ 8/3 ແລະ ປາດ​ຖະ​ຫນາ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ຈະ​ຊ​ຸກ​ຍູ້​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງຫລາຍກວ່າ ດ້ວຍ​ລາຍ​ການ​ເຄື່ອນ​ໄຫວ​ໃຫມ່, ອຸ​ດົມ​ສົມ​ບູນ ແລະ ຫລາຍ​ຮູບ​ຫລາຍ​ແບບກວ່າ ເພື່ອ​ປະ​ກອບ​ສ່ວນ​ຍົກ​ສູງ​ບົດ​ບາດ​ຂອງ​ແມ່​ຍິງ​ຫວຽດ​ນາມ ກໍ​ຄື​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ຍິງ ໃນ​ວິ​ວັດ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ, ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ຫັນ​ຄຳ​ເວົ້າ​ເປັນ​ຮູບ​ປະ​ທຳ, ຫັນ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃຫ້​ປະ​ກົດ​ຜົນ​ເປັ​ນ​ຈິງ.

        “ໂຊກດີ​ຫລາຍ​ເພາະ​ວ່າ ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ ຍາມ​ໃດ​ກໍ​ມີ​ການ​ຫນູນ​ຊ່ວຍ​ຂອງ​ປະ​ຊາ​ຄົມ​ສາ​ກົນ ຊື່ງ​ຕາງ​ຫນ້າ​ແມ່ນ​ບັນ​ດາ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຍິງ, ຫົວ​ຫນ້າ​ຜູ້​ຕາ​ງ​ຫນ້າ​ບັນ​ດາ​ອົງ​ການ​ສາ​ກົນ​ຢູ່​ຫວຽດ​ນາມ. ຜ່ານນັ້ນ ຫວຽດ​ນາມ ໄດ້​ຮັບ​ບົດ​ຮຽນ​ຫລາຍ​ຢ່າງ​ຈາກ​ບັນ​ດາ​ປະ​ເທດ, ໄດ້​ຮັບ​ການ​ຫນູນ​ຊ່ວຍ​ທັງ​ແຫລ່ງ​ກຳ​ລັງ ແລະ ເຕັກ​ນິກ ເພື່ອ​ຊຸກ​ຍູ້​ວິ​ວັດ​ການ​ເຊື່ອມ​ໂຍງ, ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ສະ​ຫັດ​ສະ​ວັດ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ພວມ​ຮ່ວມ​ເດີນ​ທາງ​ກັບ​ຫວຽດ​ນາມ ມາ​ນະ​ພະ​ຍາ​ຍາມ​ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ຮອດ​ປີ 2030.”


ຕອບກັບ

ຂ່າວ/ບົດ​ອື່ນ