ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບປະທານສູນກາງແນວລາວສ້າງຊາດ

ທ່ານນາງປະທານສະພາແຫ່ງຊາດຫວຽດນາມພົບປະກັບປະທານສູນກາງແນວລາວສ້າງຊາດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ
ພົບ​ປະ​ກັບ​​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ປະ​ທານ​ສູນ​ກາງ​ແນວ​ລາງ​ສ້າງ​ຊາດ

(vovworld)- ຕອນ​ເຊົ້າ​ວັນ​ທີ 27/9, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄດ້​ພົບ​ປະ​ກັບ​​ທ່ານ ໄຊ​ສົມ​ພອນ ພົມ​ວິ​ຫານ, ປະ​ທານ​ສູນ​ກາງ​ແນວ​ລາງ​ສ້າງ​ຊາດ. ນະ​ທີ່ນີ້, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ໄດ້​ຢືນ​ຢັນ​ວ່າ: ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຍາມ​ໃດ​ກໍ່​ຮ່ວມ​ມື​ຢ່າງ​ສະ​ຫນິດ​ແຫນ້ນ​ກັບ​ວຽກ​ງານ​ແນວ​ໂຮມ, ສະ​ຫນັບ​ສະ​ຫນູນ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ສອງ​ປະ​ເທດ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ຮັດ​ແຫນ້ນ​ຄວາມ​ສາ​ມັກ​ຄີ, ພັດ​ທະ​ນາ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ຊາດ​ຫວຽດ​ນາມ ແລະ ລາວ​ເລິກ​ເຊິ່ງກວ່າ. ທ່ານ​ນາງ ຫງວຽນ​ທິ​ກີ​ມ​ເງິນ ເນັ້ນ​ຫນັກ​ວ່າ ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ເປັ​ນ​ສຳ​ຄັນ ແລະ ສະ​ຫງວນ​ບຸ​ລິ​ມະ​ສິດ​ສູງ​ສຸດ​ໃຫ້​ແກ່​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ​ແລະ​ລາວ.

 

ຕອບກັບ

ຂ່າວ/ບົດ​ອື່ນ