ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຕ້ອນຮັບປະທານລັດຖະສະພາລັດ Hessenແຫ່ງສາທາລະນະລັດສະຫະພັນເຢຍລະມັນ

(VOVWORLD) - ຕອນບ່າຍວັນທີ 12 ພະຈິກ, ທີ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ Boris Rhein ປະທານລັດຖະສະພາລັດ Hessen ແຫ່ງສາທາລະນະລັດສະຫະພັນເຢຍລະມັນ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຕ້ອນຮັບປະທານລັດຖະສະພາລັດ Hessenແຫ່ງສາທາລະນະລັດສະຫະພັນເຢຍລະມັນ - ảnh 1 ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມ ຕ້ອນຮັບທ່ານ Boris Rhein ປະທານລັດຖະສະພາລັດ Hessen ແຫ່ງສາທາລະນະລັດສະຫະພັນເຢຍລະມັນ (ພາບ: quochoi.vn)

  ທ່ານນາງຫງວຽນທິກີມເງິນໄດ້ຊີ້ແຈ້ງວ່າ: ຫວຽດນາມຕີລາຄາສູງຕໍ່ສາຍພົວພັນກັບລັດຕ່າງໆຂອງ ເຢຍລະມັນ, ໃນນັ້ນ, ມີລັດ Hessen ແລະ ຖືວ່າ: ນີ້ເປັນສາຍພົວພັນຮ່ວມມືແບບໃໝ່, ມີປະສິດທິຜົນຄວນໄດ້ຮັບການຊຸກຍູ້ໃນໄລຍະຈະມາເຖິງ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ຖືວ່າສອງຝ່າຍຍັງມີທ່າແຮງບົ່ມຊ້ອນ, ທ່າໄດ້ປຽບຫຼາຍຢ່າງ, ທີ່ສາມາດສືບຕໍ່ພັດທະນາສາຍພົວພັນຮ່ວມມືໃຫ້ມີປະສິດທິຜົນກວ່າອີກ. ຫວຽດນາມພ້ອມແລ້ວທີ່ຈະຕ້ອນຮັບບັນດາວິສາຫະກິດຂອງລັດ Hessen ມາລົງທຶນເຂົ້າໃນບັນດາຂົງເຂດທີ່ ຫວຽດນາມ ພວມມີຄວາມຕ້ອງການແລະລັດ Hessen ມີກຳລັງແຮງ.

        ປະທານລັດຖະສະພາລັດ Hessen ຢັ້ງຢືນວ່າ: ລັດ Hessen ຖືເປັນສຳຄັນທີ່ສຸດຕໍ່ສາຍພົວພັນຮ່ວມມືກັບຫວຽດນາມແລະຫວັງວ່າສັນຍາການຄ້າເສລີລະຫວ່າງ ຫວຽດນາມ - EU (EVFTA) ໄດ້ຮັບການໃຫ້ສັດຕະຍາບັນໂດຍໄວນັ້ນ ຈະເປັນກາລະໂອກາດເພື່ອໃຫ້ສອງຝ່າຍເພີ່ມທະວີການເຄື່ອນໄຫວໃນຂົງເຂດເສດຖະກິດຫຼາຍກວ່ານີ້ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ