ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕິງ

(VOVWORLD) - ຕອນເຊົ້າ ວັນທີ 24 ມັງກອນ, ຢູ່ແຂວງຮ່າຕິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ,  ມອບຂອງຂວັນ ແລະ ອວຍພອນປີໃໝ່ ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຢູ່ຕາແສງ ແທັກຫາຍ, ເມືອງແທັກຮ່າ, ແຂວງຮ່າຕິງ. ຢູ່ຫໍວັດທະນະທຳບ້ານເທື້ອງຫາຍ, ຕາແສງ ແທັກຫາຍ, ເມືອງແທັກຮ່າ, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢື້ຢາມຖາມຂ່າວ ເຖິງຄວາມທຸກສຸກຂອງພໍ່ແມ່ປະຊາຊົນ, ອວຍພອນໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດ ປີຈໍ 2018 ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ, ຄົບໜ້າຄົບຕາ. ເມື່ອແບ່ງປັນບັນດາຄວາມຫຍຸ້ງຍາກຂອງປະຊາຊົນໃນທ້ອງຖິ່ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາຖະໜາຢາກໃຫ້ພໍ່ແມ່ປະຊາຊົນໃນບໍລິເວນ ພ້ອມກັນຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັບອຳນາດການປົກຄອງທ້ອງຖິ່ນ ຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດ ຄ່ອຍໆຍົກສູງຄ່າຄອງຊີບໃຫ້ແກ່ປະຊາຊົນ.

        ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດຫວຽດນາມ ( 3/2/1930 – 3/2/2018 ) ແລະ ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ, ຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ຢູ່ ຫໍແຜ່ນສີລາ ອາໄລຫາຊາວໜຸ່ມຕະລຸມບອນທົ່ວປະເທດ ແລະ ເຂດສຸສານ ຂອງວິລະຊົນນັກຮົບຊາວໜຸ່ມຕະລຸມບອນຍິງ 10 ຄົນ  ໃນເຂດປູຊະນີຍະສະຖານ ທາງສາມແຍກ ດົ່ງລົກ ແລະ ໂອ້ລົມກັບຜູ້ຕາງໜ້າຄະນະຄຸ້ມຄອງເຂດດັ່ງກ່າວ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກິມເງິນໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຮ່າຕິງ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມອບຂອງຂວັນບາງເປົ້າໝາຍນະໂຍບາຍຢູ່ແຂວງ ຮ່າຕິ້ງ

ຕອນເຊົ້າ ວັນທີ 24 ມັງກອນ, ຢູ່ແຂວງຮ່າຕິງ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ໄປຢ້ຽມຢາມ,  ມອບຂອງຂວັນ ແລະ ອວຍພອນປີໃໝ່ ບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ຢູ່ຕາແສງ ແທັກຫາຍ, ເມືອງແທັກຮ່າ, ແຂວງຮ່າຕິງ. ຢູ່ຫໍວັດທະນະທຳບ້ານເທື້ອງຫາຍ, ຕາແສງ ແທັກຫາຍ, ເມືອງແທັກຮ່າ, ທ່ານນາງປະທານສະພາແຫ່ງຊາດ ໄດ້ຢື້ຢາມຖາມຂ່າວ ເຖິງຄວາມທຸກສຸກຂອງພໍ່ແມ່ປະຊາຊົນ, ອວຍພອນໃຫ້ພໍ່ແມ່ປະຊາຊົນໄດ້ຕ້ອນຮັບບຸນເຕັດ ປີຈໍ 2018 ຢ່າງເບີກບານມ່ວນຊື່ນ, ອົບອຸ່ນ, ຄົບໜ້າຄົບຕາ. ເມື່ອແບ່ງປັນບັນດາຄວາມຫຍຸ້ງຍາກຂອງປະຊາຊົນໃນທ້ອງຖິ່ນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ປາຖະໜາຢາກໃຫ້ພໍ່ແມ່ປະຊາຊົນໃນບໍລິເວນ ພ້ອມກັນຮ່ວມແຮງຮ່ວມໃຈ, ເປັນຈິດໜຶ່ງໃຈດຽວກັບອຳນາດການປົກຄອງທ້ອງຖິ່ນ ຜ່ານຜ່າຄວາມຫຍຸ້ງຍາກ, ຍູ້ແຮງການຜະລິດ ຄ່ອຍໆຍົກສູງຄ່າຄອງຊີບໃຫ້ແກ່ປະຊາຊົນ.

        ເພື່ອມຸ່ງໄປເຖິງການສະເຫຼີມສະຫຼອງ 88 ປີ ແຫ່ງວັນສ້າງຕັ້ງພັກຄອມມູນິດຫວຽດນາມ ( 3/2/1930 – 3/2/2018 ) ແລະ ຫ້າງຫາກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ, ຕອນເຊົ້າຂອງວັນດຽວກັນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ແລະ ຄະນະປະຕິບັດງານ ໄດ້ໄປຖະຫວາຍທູບທຽນ, ດອກໄມ້ ຢູ່ ຫໍແຜ່ນສີລາ ອາໄລຫາຊາວໜຸ່ມຕະລຸມບອນທົ່ວປະເທດ ແລະ ເຂດສຸສານ ຂອງວິລະຊົນນັກຮົບຊາວໜຸ່ມຕະລຸມບອນຍິງ 10 ຄົນ  ໃນເຂດປູຊະນີຍະສະຖານ ທາງສາມແຍກ ດົ່ງລົກ ແລະ ໂອ້ລົມກັບຜູ້ຕາງໜ້າຄະນະຄຸ້ມຄອງເຂດດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ