ທ່ານນາງຫງວຽນທິກີມເງີນປະທານສະພາແຫ່ງຊາດຕ້ອນຮັບທ່ານHalimahYacobປະທານສະພາແຫ່ງຊາດ ສິງກະໂປ


ທ່ານນາງຫງວຽນທິກີມເງີນປະທານສະພາແຫ່ງຊາດຕ້ອນຮັບທ່ານHalimahYacobປະທານສະພາແຫ່ງຊາດ ສິງກະໂປ - ảnh 1
ທ່າ​ນ​ນາງ ຫງວຽນ​ທິ​ກີມ​ເງີນ  ຕ້ອນ​ຮັບ ທ່ານ
 Halimah Yacob ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ສິງ​ກະ​ໂປ


(vovworld) - ​ຢູ່ນອ​ກ ກອງ​ປະ​ຊຸມສະມັດຊາລັດຖະສະພາ​ລະ​ຫວ່າງ​ຊາດ​ບັນ​ດາ​ປະ​ເທດ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 37 (AIPA – 37), ໃນ​ວັນ​ທີ 30/9, ທີ່​ນະ​ຄອ​ນ Nay Pyi Taw, ປະ​ເທດ​ ສາ​ທາ​ລະ​ນະ​ລັດສະ​ຫະ​ພັນ ​ມຽນ​ມາ, ທ່າ​ນ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້ຕ້ອນ​ຮັບ ທ່ານ Halimah Yacob ປະ​ທານ​ສະ​ພາ​ແຫ່ງ​ຊາດ ​ສິງ​ກະ​ໂປ. ຕີ​ລາ​ຄາ​ສູງ​ການ​ພົວ​ພັນຂອງ​ສອງ​ປະ​ເທດ, ສອງ​ສະ​ພາ​ແຫ່ງ​ຊາດ​​ທີ່​ໄດ້​ຮັບ​ການພັດ​ທະ​ນາ​​ຢ່າງດີ​ງາມ, ທ່າ​ນ​ນາງ ຫງວຽນ​ທິ​ກີມ​ເງີນ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຊີ້​ແຈ້ງ ສອງ​ຝ່າ​ຍດຳ​ເນີນແລກ​ປ່ຽນ​ຄະ​ນະ​ຜູ້​ແທ​ນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ​ຫວ່າງມໍ່ໆ​ມາ​ນີ້​ແມ່ນ​ການ​ຢ້ຽມ​ຢາມ ​​ຫວຽດ​ນາມ ຂອງ ທ່ານ ຈຽວ​ຈີ​ສຽນ ຮອງ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ ສິງ​ກະ​ໂປ ເພື່ອເຂົ້າ​ຮ່ວມ​ເຫດ​ການ​ພິ​ເສດ​ສະ​ເຫຼີມ​ສະຫຼອງວັນ​ສ້າງ​ຕັ້ງ​ບັນ​ດາ​ເຂດ​ອຸດ​ອາ​ຫະ​ກຳ ຫວຽນາມ - ​ສິງ​ກະ​ໂປ (VSIP) ຄົບ​ຮອບ 20 ປີ ຢູ່ ແຂວງ ບີ່ງ​ເຢືອງ. ສອງ​ຝ່າຍ​ຍາມ​ໃດກໍ່​​ເປັນ​ເຈົ້າ​ການ, ສົມ​ທົບ​​ກັນຢ່າງ​ແໜ້ນ​ແຟ້ນ, ສະ​ໜັບ​ສະ​ໜູນ, ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ ແລ​ະ ກັນ, ສ້າງ​ທັດ​ສະ​ນະລວມໃນບັນ​ດາ​ເວ​ທີ​ປາ​ໃສ່​ພາກ​ພື້ນ ແລະ ສາ​ກົນ. ທ່ານນາງ ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ສະ​ເໜີ ສອງ​ຝ່າຍ​ເສີມ​ຂະ​ຫຍາຍ​ບັນ​ດາ​ປະ​ຕິ​ບັດ​ງານ​ນີ້ຢ່າງ​ຕັ້ງ​ໜ້າ, ສືບ​ຕໍ່​ສາ​ມັກ​ຄີ, ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຢ່າງ​ແໜ້ນ​ແຟ້ນ​ກວ່າ​ອີກ.

 

 

ຂ່າວ/ບົດ​ອື່ນ