ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມ ສຳນັກສັງຄະລາດໃຫຍ່ຮ່າໂນ້ຍ

ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງ ຢ້ຽມຢາມ ສຳນັກສັງຄະລາດໃຫຍ່ຮ່າໂນ້ຍ - ảnh 1
ທ່ານ​ນາງ ຮ່າ​ທິຄຽດ, ​ເລ​ຂາ​ສູນ​ກາງ​ພັກ
ສັງຄະ​ນະ​ຍົກ, ຫົວໜ້າ​ເຂດ​ຊາວ​ຄິຼດຮ່າ​ໂນ້ຍ
(ພາບ: dangcongsan.vn)


(vovworld) -     ວັນ​ທີ 21/12, ທ່ານ​ນາງ ຮ່າ​ທິຄຽດ, ​ເລ​ຂາ​ສູນ​ກາງ​ພັກ, ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນ​ສູນ​ກາງ ​ໄດ້​ໄປ​ຢ້ຽມຢາມ ​ແລະ ອວຍພອນ​ບັນດາ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ຢູ່ສຳນັກ​ສັງຄະລາດ​ໃຫຍ່ຮ່າ​ໂນ້ຍ ​ແລະ ສະມາຄົມ​ສາ​ສະນາ​ໂປ​ແຕັກ​ຕັງ​ຫວຽດນາມ​ (ພາກ​ເໜືອ) ​ເນື່ອງ​​ໃນ​ໂອກາດ​ວັນ​ບຸນຄຼິດສມາດ ປີ 2012. ທີ່ສຳນັກ​ສັງຄະລາດ​ໃຫຍ່ຮ່າ​ໂນ້ຍ, ທ່ານ​ນາງ ຮ່າ​ທິຄຽດ ​ໄດ້​ອ່ວຍ​ພອມ ສັງຄະ​ນະ​ຍົກ, ຫົວໜ້າ​ເຂດ​ຊາວ​ຄິຼດຮ່າ​ໂນ້ຍ, ປະທານ​ສະພາສັງຄະ​ລາດ​ຫວຽດນາມ ຫງວຽນ​ວັນ​ເຢືນ ​ແລະ ບັນດາຄຸນ​ພໍ່, ນັກບວດ ແລະ ພໍ່​​ແມ່ພີ່ນ້ອງຊາວ​ຄຼິດ​ໃນ​ເຂດ​ຊາວ​ຄຼິດຮ່າ​ໂນ້ຍ​​ເວົ້າ​ສະ​ເພາະ ​ແລະ ຊາວ ຄິຼດຢູ່​ຫວຽດນາມ ​ເວົ້າ​ລວມ​ໃຫ້ມີ​ວັນ​ບຸນຄຼິດສມາດ ທີ່​ມ່ວນ​ຊື່ນ ​ແລະ ສະຫງົບ​ສຸກ. ຜ່ານບາດ​ຫຼວງ ຫງວຽນ​​ຫີ້ວໝາກ, ຫົວໜ້າສະມາຄົມ​ສາ​ສະໜາ​ໂປ​ແຕັກ​ຕັງ​ຫວຽດນາມ​ (​ພາກ​ເໜືອ), ທ່ານ​ນາງ ຮ່າ​ທິຄຽດ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ເຖິງ​ຜູ້​ມີ​ຍົດ​ຖາ​ບັນດາສັກ, ສາສະ​ນິດ​ກະ​ຊົນ ຈົ່ງມີ​ວັນ​ບຸນ​ຄິຼດສມາດ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ຜາ​ສຸກ, ພ​້ອມທັງ​ປາດ​ຖະໜາ​ວ່າ ຄະນະບໍລິຫານ​ງານສະມາຄົມ​ສາ​ສະນາ​ໂປ​ແຕັກ​ຕັງ​ຫວຽດນາມ​ (​ພາກ​ເໜືອ) ຈະ​ຊີ້​ນຳ​ສາສະ​ນິກະ​ຊົນໂປ​ແຕັກ​ຕັງ​, ປະຕິບັດຕາມ​ກົດໝາຍ, ​ເປັນ​ເຈົ້າ​ການ​ຫຼາຍ​ກວ່າໃນ​ບັນດາ​ການ​ເຄື່ອນ​ໄຫວ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​.

ຂ່າວ/ບົດ​ອື່ນ