ທ່ານນາງຮອງປະທານ ສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ບາກລຽວ

ທ່ານນາງຮອງປະທານ ສະພາແຫ່ງຊາດ ຕ່ອງທິຟ໋ອງ ຢ້ຽມຢາມ ແລະ ເຮັດວຽກຢູ່ ບາກລຽວ - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​
ມອບ​ທຶນ​ສຶກສາ​ໃຫ້​ອະນຸຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ)

(vovworld) – ​ເນື່ອ​ງ​ໃນ​ໂອກາດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ​ບາກ​ລຽວ, ຕອນ​ບ່າຍ​ວັນ​ທີ 13/12, ຄະນະ​ປະຕິບັດ​ງານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດຫວຽດນາມ ​ໂດຍ​ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ນຳ​ໜ້າ, ​ໄດ້​ໄປ​ຢ້ຽມຢາມ​ຫໍ​ບູຊາ​ປະທານ​ໂຮ່ຈິ​ມິນ ຢູ່​ເມືອງ​ວິ​ງ​ເລີຍ. ຢູ່​ທີ່​ນີ້, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕ່ອງ​ທິຟ໋ອງ ​ໄດ້​ມອບ​ທຶນ​ສຶກສາ​ໃຫ້​ອະນຸຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ​ໃນ​ບໍລິ​ເວນ​ເມືອງ; ຢ້ຽມຢາມ​ບາງ​ຄອບຄົວ​ນະ​ໂຍບາຍ​ທີ່​ພວມ​ດຳລົງ​ຊີວິດ​ຢູ່​ນະຄອນ​ບາກ​ລຽວ, ທ່ານ​ນາງ ຕ່ອງ​ທິຟ໋ອງ ​ໄດ້​ສະ​ແດງ​ຄວາມ​ຮູ​້ບຸນຄຸນ​ອັນ​ເລິກ​ເຊິ່ງຕໍ່​ການ​ເສຍສະຫຼະ​ຊີວິດ, ການ​ອຸທິດ​ສ່ວນ​ຂອງ​ບັນດາ​ນັກ​ປະຕິວັດຜູ້​ອະ​ວຸ​ໄສ, ຄອບຄົວ​ນະ​ໂຍບາຍ​ໃນ​ພາລະກິດ​ຕໍ່ສູ້, ປົດ​ປ່ອຍ​ຊາດ, ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​​ເອກະ​ພາບ. ທ່ານ​ນາງ ຕ່ອງ​ທິຟ໋ອງ ສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອ​ງ ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຕອບ​ບຸນ​ແທນ​ຄຸນ​, ​ເອົາ​ໃຈ​ໃສ່​ເບິ່ງ​ແຍງ​ບັນດາ​ຄອບຄົວ​​ເປົ້າ​ໝາຍນະ​ໂຍບາຍ​ໃນ​ໄລຍະ​ຈະ​ມາ​ເຖິງ​​ເປັນ​ຢ່າງ​ດີກ​ວ່າ​ອີກ.

ຂ່າວ/ບົດ​ອື່ນ